ແບັກດັງ-ເລື່ອງລາວກ່ຽວກັບແມ່ນ້ຳປະຫວັດສາດ
ແມ່ນ້ຳແບັກດັງ ແມ່ນແມ່ນ້ຳທີ່ເປັນພະຍານຫຼັກຖານຢັ້ງຢືນ 3 ວິລະກຳທີ່ລືຊາຜາກົດໃນປະຫວັດສາດຕ້ານສັດຕູພາຍນອກເຂົ້າມາຮຸກຮານຂອງຊາດຫວຽດ ນາມ. ປີ 938 ໂງກວຽນ ໄດ້ຕີເອົາໄຊຊະນະຕໍ່ພວກທະຫານຈາກທາງທິດເໜືອເຂົ້າມາຮຸກຮານ, ປີ 981 ເຈົ້າຊີວິດ ເລດ້າຍແຮ່ງ ໄດ້ທັບມ້າງພວກທະຫານຕົ໋ງນັບແສນຄົນຈາກທາງທິດເໜືອເຂົ້າມາຮຸກຮານ ແລະ ຮອດປີ 1288, ນາຍພົນເຈິ່ນ ກ໋ວກຕ໋ວນ ໄດ້ຕີເອົາໄຊຊະນະກອງກຳລັງທະຫານມົງໂກນບົນລຳແມ່ນ້ຳປະຫວັດສາດສາຍນີ້. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍ, ພິທີໄຫ້ວບູຊາພົນທະຫານຢູ່ແມ່ນ້ຳແບັກດັງໄດ້ຖືກຈັດຂື້ນຢູ່ພະວິຫານເຈິ່ນກ໋ວກຕ໋ວນຢູ່ຕາແສງອຽນຢາງ, ແຂວງ ກວາງນິງ. ນີ້ແມ່ນເຫດການທີ່ພົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍແຂວງກວາງນິງເປັນເຈົ້າພາບຈັດຂຶ້ນ.