ສື່ມວນຊົນ ຢູ່ແນວໜ້າການປ້ອງກັນຕ້ານໂລກລະບາດໂຄວິດ - 19
ຍສໝ - “ສື່ມວນຊົນ ຢູ່ແນວໜ້າການປ້ອງກັນຕ້ານໂລກລະບາດໂຄວິດ - 19” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາແບບທາງໄກ ໂດຍ ວາລະສານຜູ້ເຮັດວຽກງານການຂ່າວ (ສະມາຄົມນັກຂ່າວ ຫວຽດນາມ) ສົມທົບກັບ ກົມສື່ສານ ແລະ ການແຂ່ງຂັນຍ້ອງຍໍ (ກະຊວງສາທາລະນະສຸກ) ຈັດຂຶ້ນໃນວັນທີ 18 ກັນຍາ, ເພື່ອແນໃສ່ຍົກສູງປະສິດທິຜົນໃນວຽກງານໂຄສະນາ, ລະດົມກຳລັງໃຈ, ສົ່ງເສີມບັນດາຜູ້ເຮັດວຽກງານການຂ່າວ ຢູ່ແນວໜ້າໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19.