ຫວຽດນາມ ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ທົ່ວປະເທດຂອງແນວລາວສ້າງຊາດ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ
ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 11 ຂອງແນວລາວສ້າງຊາດ ໄລຍະ 2021-2026 ໄດ້ດຳເນີນໄປຢ່າງສຳເລັດຜົນ, ຫວ່າງແລ້ວນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈຽນ ໄດ້ສົ່ງຈົດໝາຍອວຍພອນ.