ແນວລາວສ້າງຊາດແຂວງ ແລະ ແນວໂຮມຊາດຫວຽດນາມ ຮ່ວມມືການສຶກສາ-ຂົນຂວາຍ ປະຊາຊົນຮັບຮູ້ລະບຽບກົດຫມາຍ
ການພົວພັນ ແລະຮ່ວມ ມືລະຫວ່າງແນວລາວສ້າງຊາດ ແຂວງສະຫວັນນະເຂດແລະແນວໂຮມແຫ່ງຊາດປະເທດຫວຽດນາມ ແຂວງກວາງຈິ ໄດ້ມີຂຶ້ນໃນວັນທີ 29 ສິງຫາ 2019 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ຊຶ່ງພາຍຫລັງທີ່ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືລະຫວ່າງທັງສອງຄະນະຜູ້ແທນດ້ວຍກັນທີ່ໄດ້ມີການພົບປແລກປ່ຽນບົດຮຽນເຊິ່ງກັນແລະກັນລະຫວ່າງຄະນະກໍາມະການແນວລາວສ້າງຊາດແຂວງສະຫວັນນະເຂດມີ:ສະຫາຍ ສົມເພັດ ອິນທະທິລາດກໍາມະການະຈໍາພັກແຂວງ,ປະທານແນວລາວສ້າງຊາດແຂວງສະຫັນນະເຂດ ກັບ ສະຫາຍ ນາງເລຖີ້ລານ ເຮືອງ ຄະນະປະຈໍາພັກແຂວງ,ຫົວໜ໊າຄະນະໂຄສະນາຂົນຂວາຍພັກແຂວງ ປະທານແນວໂຮມແຫ່ງຊາດປະເທດຫວຽດນາມ ແຂວງກວາງຈິ.