ຮອງນາຍົກ ຊີ້ນຳສະຫວັນນະເຂດ ສະໜອງ ແນວພັນເຂົ້າ-ພືດ-ສັດ ແກ່ປະຊາຊົນຢ່າງຮີບດ່ວນ
ໃນວັນທີ 3 ຕຸລາ 2019 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ແຂວງສະຫວັນນະເຂດ ໂດຍໄດ້ເນັ້ນໃຫ້ ຄະນະພັກ, ຄະນະນຳຂອງແຂວງ ເອົາໃຈໃສ່ໃນຫລາຍບັນຫາ ເປັນຕົ້ນ ການນຳເຂົ້າ-ສົ່ງອອກ ແລະ ການຄຸ້ມຄອງລາຄາສິນ ຄ້າ, ການບໍລິການຜ່ານປະຕູດຽວ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ, ການປັບປຸງພື້ນຖານໂຄງລ່າງ; ສ່ວນການລົງທຶນຂອງພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງ ປະເທດ ໃຫ້ສືບຕໍ່ເຂັ້ມງວດປະຕິບັດ ບັນດາໂຄງການຕາມທີ່ສະພາອະນຸມັດ ແລະ ໃຫ້ກວດກາຄືນບັນດາໂຄງການນອກແຜນທີ່ໄດ້ປະຕິບັດຜ່ານມາ ໃຫ້ສຳເລັດ; ປັບປຸງລະບຽບການ ແລະ ກົນໄກການປະສານງານລະບົບປະຕູດຽວ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ວ່ອງໄວ.