ຍສໝ - ວັນທີ 20 ຕຸລາ, ຄະນະກຳມະການປະຊາຊົນແຂວງ ແທງຮ໋ວາ ໄດ້ອອກຂໍ້ຕົກລົງເລກທີ 3315/QD-UBND ກ່ຽວກັບການຮັບຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ນັກສຶກສາຕ່າງປະເທດ 29 ຄົນຈາກແຂວງຫົວພັນ (ສປປ ລາວ) ຕາມສັນຍາຮ່ວມມືລະຫວ່າງແຂວງແທງຮວາ ແລະ ແຂວງຫົວພັນ ໄລຍະ 2021-2025.
ຍສໝ - ໃນຊຸມປີຜ່ານມານີ້, ດ້ວຍຄວາມເອົາໃຈໃສ່ຂອງພັກ ແລະ ລັດ, ເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດຊາຍແດນແຂວງ ແທງຮ໋ວາ ນັບມື້ນັບພັດທະນາ, ແຕ່ໂດຍທົ່ວໄປ, ຊີວິດຂອງທະຫານ ແລະ ປະຊາຊົນເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ; ບັນດາອິດທິກຳລັງປະຕິການ, ສັດຕູສວຍໃຊ້ບັນດາບັນຫາປະຊາທິປະໄຕ, ສິດທິມະນຸດ, ຊົນເຜົ່າ, ສາສະໜາ ເພື່ອບິດເບືອນແຜນນະໂຍບາຍ, ແນວທາງຂອງ ພັກ, ນະໂຍບາຍ, ກົດໝາຍຂອງ ລັດ. ສະພາບຕົວຈິງທີ່ກ່າວມາຂ້າງເທິງນີ້ໄດ້ສົ່ງຜົນສະທ້ອນໂດຍກົງ ແລະ ໄດ້ສ້າງສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ວຽກງານຖະແຫຼງຂ່າວການຕ່າງປະເທດຂອງທະຫານປ້ອງກັນຊາຍແດນ ແທງຮ໋ວາ.
ຍສໝ - ແຂວງແທງຮ໋ວາ - ເງ້ອານ - ຮ່າຕິ້ງ ຫາກໍ່ສົມທົບກັນຈັດຕັ້ງກອງປະຊຸມສົ່ງເສີມການທ່ອງທ່ຽວ ດ້ວຍຫົວຂໍ້ “ສາມທ້ອງຖິ່ນ, ຈຸດໝາຍປາຍທາງດຽວ, ຫຼາຍປະສົບການ” ເພື່ອແນະນຳບັນດາທ່າແຮງ ແລະ ຜະລິດຕະພັນທ່ອງທ່ຽວໃໝ່, ເປັນປົກກະຕິຂອງ 3 ແຂວງ, ພິເສດແມ່ນແນະນຳ tour ເຊື່ອມຕໍ່ “3 ທ້ອງຖິ່ນ, ໜຶ່ງຈຸດໝາຍປາຍທາງ”.