ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ

ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ

ແຄນ ແລະ ສຽງແຄນ ໄດ້ກຳເນີດເກີດຂຶ້ນກັບຄົນລາວມາຫລາຍກວ່າ 3 ພັນປີ ແລະ ມີຫລາຍກວ່າ 100 ລາຍແຄນ, ໂດຍພູມປັນຍາ ຂອງບັນພະບູລຸດລາວເປັນຜູ້ປະດິດຂຶ້ນມາ. ແຄນແມ່ນເຄື່ອງດົນຕີ ອຳມະຕະຂອງຊາດລາວຕິດພັນກັບວິຖີຊີວິດວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຄົນລາວ ບັນດາເຜົ່າມາແຕ່ດຶກດຳບັນ, ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.