ຍສໝ - ປີ 2024 ແມ່ນ 10 ປີແຫ່ງການປະຕິບັດບົດບັນທຶກຊ່ວຍຈຳການລົງນາມໃນບັນດາເນື້ອໃນການຮ່ວມມືພັດທະນາລະຫວ່າງ ເມືອງ ນາມຢາງ (ແຂວງ ກວາງນາມ) ແລະ ເມືອງ ດາກຈຶງ (ແຂວງ ເຊກອງ). ການພົວພັນລະຫວ່າງສອງທ້ອງຖິ່ນຍາມໃດກໍ່ໄດ້ຮັດແໜ້ນດ້ວຍບັນດາການເຄື່ອນໄຫວລະອຽດ ເຊິ່ງໄດ້ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກຄີ ຫວຽດນາມ - ລາວ.
ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ
ຍສໝ - ຕອນເຊົ້າວັນທີ 18 ກັນຍານີ້, ຢູ່ນະຄອນ ຕາມກີ, ຕຳຫຼວດແຂວງ ກວາງນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມຍົກສູງຄວາມສາມາດປ້ອງກັນ, ຄວບຄຸມຢາເສບຕິດໃຫ້ຕຳຫຼວດແຂວງ ເຊກອງ (ລາວ) ຈຳນວນ 50 ຄົນ.
ຍສໝ - ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ການນໍາເມືອງ ແລະ ພະນັກງານລົງກໍ່ສ້າງຮາກຖານ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ນໍາພາປະຊາຊົນຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງ, ຍົກສະມັດຖະພາບການຜະລິດໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕະຫລາດພາຍໃນໃຫ້ພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຂາຍເປັນສິນຄ້າສົ່ງອອກຕ່າງແຂວງ ກໍຄື ຕ່າງປະເທດ.
ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຢູ່ດ່ານຊາຍແດນສາກົນລາໄລ, ແຂວງກວາງຈິ, ກອງບັນຊາການທະຫານ ແຂວງ ເທື່ອທຽນເຫ້ວ ໄດ້ສົມທົບກັບບັນດາຫົວໜ່ວຍ ຈັດຕັ້ງການມອບເຂົ້າສານໃຫ້ກອງບັນຊາການທະຫານຂອງ 2 ແຂວງ ສາລະວັນ ແລະ ເຊກອງ (ສປປ ລາວ).
ຍສໝ - ໃນ 2 ປີຜ່ານມາ, ແຂວງກວ້າງນາມ ແລະແຂວງເຊກອງ ລ້ວນແຕ່ ຖືກຜົນສະທ້ອນຍ້ອນພະຍາດ ໂຄວິດ-19 ແຕ່ດ້ວຍນໍ້າໃຈສາມັກຄີ ສອງຝ່າຍ ໄດ້ມີກິດຈະກໍາເຄື່ອນໄຫວເພື່ອໜູນຊ່ວຍເຊິ່ງກັນ ແລະກັນ.
ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19.
ຍສໝ - ຕອນບ່າຍວັນທີ 12 ພະຈິກ, ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນປ້າຫູ່ງ ໄດ້ນຳໜ້າ ຄະນະຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳລາວ ແລະ ບັນດາອົງການຂອງຫວຽດນາມນອກຈາກສະຖານທູດ ໄດ້ມີການພົບປະກັບທ່ານ ຄຳຟ່ອຍ ບູດດາວຽງ, ເລຂາ, ເຈົ້າແຂວງເຊກອງ ທີ່ ສຳນັກງານລັດຖະບານແຂວງ. ເຂົ້າຮ່ວມມີຜູ້ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ, ລາວ.
ໃນວັນທີຕົ້ນເດືອນພະຈິກ, ກອງບັນຊາການທະຫານແຂວງ ໄດ້ສົມທົບກັບຄະນະຂົນຂວາຍພັກແຂວງ, ພະແນກສາທາລະນະສຸກແຂວງກວາງນາມ, ແຕ່ງຕັ້ງຄະນະຜູ້ແທນໄປຢ້ຽມຢາມ, ມອບຂອງຂວັນ, ກວດສຸຂະພາບ ແລະ ແຈກຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນຢູ່ເມືອງດາກຈຶງ, ແຂວງເຊກອງ, ປະເທດລາວ.
ຍສໝ - ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີພິເສດ ລະຫວ່າງສະຫະພັນແມ່ຍິງແຂວງກວ້າງນາມ ແລະ ສະຫະພັນແມ່ຍິງແຂວງເຊກອງ (ສປປ ລາວ), ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວ້າງນາມ ໄດ້ມາຢ້ຽມຢາມແລະເຮັດວຽກ ກັບສະຫະພັນແມ່ຍິງແຂວງເຊກອງ ແຕ່ວັນທີ 19-20 ກັນຍາ.
ຍສໝ - ຕົ້ນອາທິດນີ້, ສະຫາຍ ອາເປີ໋ດ- ຮອງເລຂາພັກແຂວງ, ຜູ້ແທນສະພາແຫ່ງຊາດແຂວງກອນຕູມ ໄດ້ເປັນປະທານພິທີຕ້ອນຮັບ ຄະນະຜູ້ແທນປະຕິບັດງານ ແຂວງເຊກອງ (ສປປ ລາວ) ໂດຍ ສະຫາຍ ພອນເພັດ ກິນລະວົງ, ຮອງເລຂາພັກແຂວງ, ຜູ້ແທນສະພາແຫ່ງຊາດ, ປະທານສະພາປະຊາຊົນ ຫົວໜ້າຄະນະຊີ້ນຳ ການຄົ້ນຄວ້າປະຫວັດສາດແຂວງເຊກອງ ເປັນຫົວໜ້ານຳພາຄະນະ ເດີນທາງໄປເຮັດວຽກ ຢູ່ເມືອງ ກອນຕູມ ສສ ຫວຽດນາມ.
ໃນວັນທີ 22 ພຶດສະພາ, ທີ່ນະຄອນຕາມກີ່, ຄະນະກວດກາແຂວງກວ໋າງນາມ ໄດ້ຈັດຕັ້ງກອງປະຊຸມຮ່ວມມືກັບຄະນະກວດກາພັກ - ລັດແຂວງເຊກອງ (ສປປລາວ) ເພື່ອແນໃສ່ແລກປ່ຽນບົດຮຽນໃນວຽກງານກວດກາດ້ານເສດຖະກິດ - ສັງຄົມ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ ແລະກໍ່ສ້າງກໍາລັງກວດກາ...
ເຊກອງ ເປັນໜຶ່ງໃນ 4 ແຂວງພາກໃຕ້ລາວທີ່ປະຊາຊົນບັນດາເຜົ່າຍັງຄົງອະນຸລັກ ແລະ ສົ່ງເສີມປະເພນີວັດທະນະທຳຊົນເຜົ່າ ຕົນໄດ້ເປັນຢ່າງດີເຊິ່ງເມື່ອໃດເຖິງ ມື້ເຖິງຍາມຊາວບ້ານກໍຈະຈັດກິດ ຈະກຳສະເຫລີມສະຫລອງບຸນຂອງ ຕົນຂຶ້ນມາຢ່າງຄຶກຄັກເໝືອນດັ່ງ ເມື່ອກາງເດືອນກຸມພານີ້ບ້ານອາຮັງເມືອງທ່າແຕງ ເຊິ່ງເປັນເຜົ່າກະຕູ ໄດ້ຈັດບຸນປະເພນີເດືອນ 3ໂດຍໄດ້ເຊີນຊາວບ້ານກັນດອນ ແລະ ໜອງກັນມາຮ່ວມມ່ວນຊື່ນ ແລະ ສືບທອດປະເພນີອັນດີງາມນີ້ໄວ້.