ອົງການອຸຍນີເຊັບ ຮ່ວມກັບ ສະຫະພາບເອີຣົບ ລົງຕິດຕາມການຈັດຕັ້ງປະຕິບັດ ບັນດາກິດຈະກໍາດ້ານໂພຊະການ ພາຍໃຕ້ໂຄງການຮ່ວມມື ປັບປຸງດ້ານ ໂພຊະນາການ (PIN) ຢູ່ເມືອງຊໍາເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ ນຳໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ ເອກະອັກຄະລັດຖະທູດ ສະຫະ ພາບເອີຣົບ ປະຈໍາລາວ ແລະ ທ່ານ ນາງ ດຣ. ເພຍ ບຣິດໂຕ ຜູ້ຕາງໜ້າ ຈາກອົງການຢູນີເຊັບ ປະຈຳລາວ ແລະ ໃນລະຫວ່າງ ການລົງຢ້ຽມຢາມ ໄດ້ຖືເອົາໂອກາດນີ້ ເຂົ້າຢ້ຽມຂ່ຳນັບ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ແລະ ບັນດາທ່ານຫົວໜ້າພະແນກ ເພື່ອປຶກສາຫາລືແຜນດໍາເນີນງານ ຢູ່ຂັ້ນແຂວງ ເພື່ອແກ້ໄຂບັນຫາການຂາດສານອາຫານ.
ຍສໝ - ເພື່ອສະໜັບສະໜູນ ໃຫ້ອົງການທີ່ມີໜ້າທີ່ ຂອງແຂວງຫົວພັນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ ໄດ້ມອບອຸປະກອນການແພດ ຄື: ຜ້າບັງປາກ ຈຳນວນ 1.000 ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ລິດ ແລະ ເຄື່ອງໄຊ້ຈຳເປັນໃນຊີວິດປະຈຳວັນ.
ຍສໝ - ຕາມຂໍ້ມູນຂ່າວຈາກສະຖານທູດ ຫວຽດນາມ ປະຈຳຢູ່ລາວ, ເພື່ອປ້ອງກັນ ແລະ ຕ້ານເຊື້ອພະຍາດCovid - 19, ວັນທີ່ 12 ເດືອນມີນາ, ເຈົ້າໜ້າທີ່ແຂວງຫົວພັນ,ລາວ ໄດ້ອອກແຈ້ງການກ່ຽວກັບວຽກຈະປິດປະຕູຊາຍແດນຈຳນວນໜຶ່ງ ທີ່ຕິດກັບປະເທດ ຫວຽດນາມ ຢ່າງຊົ່ວຄາວ.
ຍສໝ - ວັນທີ 14 ຕຸລາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດເຂດ 8, ແຂວງຫົວພັນ (ສປປ ລາວ) ໂດຍ ສະຫາຍ ທຳວອນ ບຸນທະວົງ, ຮອງເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນເຂດ 8, ປະທານສະພາປະຊາຊົນແຂວງຫົວພັນ ໄດ້ດຳເນີນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຊີນລາ.
ວັນທີ 2 ກັນຍາ 2019 ນີ້, ການນຳແຂວງຫົວພັນຮ່ວມກັບຄະນະຄຸ້ມຄອງຊາວຫວຽດນາມຢູ່ແຂວງຫົວພັນຈັດຕັ້ງສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 74 ປີ (2/9/1945-2/9/2019) ຂຶ້ນຢູ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ສະຫາຍ ເລວັນຮຶງ ປະທານຄະນະຄຸ້ມຄອງຊາວຫວຽດນາມຢູ່ແຂວງຫົວພັນ, ມີບັນດາທ່ານໃນການນຳແຂວງ, ຄະນະຮັບຜິດຊອບຊາວຫວຽດນາມຢູ່ແຂວງຫົວພັນ, ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງ ຕະຫຼອດຮອດຊາວຫວຽດນາມທີ່ກຳລັງອາໄສເຮັດທຸລະກິດຢູ່ແຂວງຫົວພັນເຂົ້າຮ່ວມນຳຢ່າງພ້ອມພຽງ.
ຍສໝ - ໃນອາທິດທີ່ຜ່ານມາ, ຢູ່ ຕາແສງຊຳເໜືອ, ແຂວງຫົວພັນ, ສປປ ລາວ, ຄະນະກໍາມະການ ໂຄສະນາແຂວງແທັງຫວ໋າ ໄດ້ປະສານສົມທົບກັບ ຄະນະກຳມະການຂົນຂວາຍແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນວຽກງານການໂຄສະນາ ລະຫວ່າງ ແຂວງແທັງຫວ໋າ ແລະ ແຂວງຫົວພັນ (ສປປ ລາວ).
ຍສໝ - ໃນວັນທີ 9 ກໍລະກົດ, ຢູ່ທີ່ ດ່ານຊາຍແດນ ນຳ້ແລ້ງ (ເມືອງ ສົກກົບ, ແຂວງ ເຊີນລາ ແລະ ແຂວງ ຫົວພັນ (ສປປ ລາວ) ໄດ້ຈັດພິທີເປີດ ຄູ່ດ່ານຊາຍແດນ ນຳ້ແລ້ງ (ສສ ຫວຽດນາມ) ແລະ ເມືອງ ເປີ (ເມືອງເມືອງຊອນແຂວງຫົວພັນ, ສປປ ລາວ).
ວັນທີ 25 ມິຖຸນາ, ກອງປະຊຸມແລກປ່ຽນປະຈໍາປີລະຫວ່າງສະພາກາແດງແຂວງແທງຮວ໊າ ແລະສະພາກາແດງແຂວງຫົວພັນ (ລາວ) ໄດ້ຈັດຕັ້ງຢູ່ນະຄອນເຊິ່ມເຊີນ, ແຂວງແທງຮວ໊າ.
ຕັກແຕນທີ່ວ່ານີ້ ມີສີແດງອົມສົ້ມ ກິ່ນຂິວແລະແຂງ ອາດຈະແມ່ນສາຍພັນຈາກພູມມີພາກອື່ນ ແລະຂະຫຍາຍຕົວໄວ ເຊິ່ງກຳລັງລະບາດຢູ່ 10 ເມືອງທົ່ວແຂວງຫົວພັນ.