ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ສະຫາຍ ເລກວັກມິນ, ກຳມະການສູນກາງພັກ, ບັນນາທິການໃຫຍ່ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງຫົວໜ້າກົມໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ນຳໜ້າຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມແຂວງ ຫຼວງພະບາງ.
ຫວ່າງແລ້ວນີ້, ກອງພັນ 413 ທະຫານແຂວງຫຼວງ ພະບາງ ໄດ້ຈັດຕັ້ງອົບຮົມ-ຫັດ ແອບຍິງລູກປືນແທ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການທະຫານ ແລະ ສະຫາຍຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງພະບາງ, ພ້ອມດ້ວຍ ເລຂາພັກເມືອງ, ເຈົ້າເມືອງ- ເມືອງພູຄູນ, ແຂກຖືກເຊີນຈາກ 11 ກອງບັນຊາການທະຫານ ເມືອງ, 1 ນະຄອນ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ - ນັກຮົບພາຍໃນກອງພັນ 413 ເຂົ້າຮ່ວມ.
ເມື່ອມໍ່ໆມານີ້, ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ຄະນະໂຄສະນາສຶກສາ ແຂວງດຽນບຽນ ສສ ຫວຽດນາມ ຂື້ນຢ່າງເປັນທາງການ ຕາງໜ້າຄະນະຜູ້ແທນ ຄະນະໂຄສະນາອົບຣົມແຂວງຫຼວງພະບາງ ນຳພາໂດຍ; ສະຫາຍ ຄຳຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ; ພ້ອມດ້ວຍຄະນະ.

ສະເພາະຕອນເຊົ້າວັນທີ່ 13 ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍການນຳແຂວງຫຼວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສາລະລີຂອງປະທານສຸພານຸວົງ ທີ່ບ້ານນາວຽງຄຳ, ນະຄອນຫຼວງພະບາງ ໃນໂອກາດວັນເກີດຂອງປະທານສຸພານຸວົງ ຄົບຮອບ 110 ປີ.
ໃນວັນທີ 14 ກໍລະກົດ 2019 ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ ປະທານກວດກາພັກ-ລັດ ແຂວງຫຼວງພະບາງ, ຜູ້ຕາງໜ້າຈາກກົງສູນຈີນ ປະຈຳແຂວງຫຼວງພະບາງ, ທ່ານຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ປະຈຳແຂວງ, ຫົວໜ້າຂະແໜງວັດທະນະທຳ ແລະແຂກຖືກເຊີນຈາກພະແນກການ, ຫ້ອງການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.