ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາຮອດປະຈຸບັນ, ມີຜູ້ຮຽນ 175 ຄົນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.
ຍສໝ - ວັນທີ 19-20 ກັນຍາ 2024, ຄະນະປະຕິບັດງານສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ, ພ້ອມດ້ວຍພະເຖລານຸເຖລະ, ພຸດທະສາສະນິກະຊົນຂອງວັດ ເຟີດຕິກ, ວັດ ໂສກປ່າຫຼວງ ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມວິສາຫະກິດ ຫວຽດນາມ ຢູ່ພາກເໜືອລາວ ແລະ ບັນດາຜູ້ມີຄວາມເມດຕາ ຫວຽດນາມ - ລາວ ໄດ້ລົງຢື້ຢາມ, ລະດົມ, ໜູນຊ່ວຍປະຊາຊົນທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸ Yagi ຢູ່ແຂວງ ຫຼວງນ້ຳທາ.
ຍສໝ - ຄອມພິວເຕີຕັ້ງໂຕະ, ປື້ມບັນທຶກໂຮງຮຽນ, ເຂົ້າສານ ແມ່ນບັນດາຂອງຂວັນທີ່ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນຫຼວງພະບາງ ແລະ ຜູ້ຕາງໜ້າສະມາຄົມ/ກຳມະການຊາວຫວຽດນາມ ຢູ່ແຂວງພາກເໜືອຂອງລາວ ໃຫ້ແກ່ໂຮງຮຽນກິນນອນຊົນເຜົ່າແຂວງຫຼວງນ້ຳທາ.
ພິທີສະເຫລີມສະຫລອງ ວັນປົດປ່ອຍຫລວງນໍ້າທາ ວັນທີ 06/05/1962-06/05/2019 ຄົບຮອບ 57 ປີ ໄດ້ຈັດຂຶ້ນ ທີ່ຫໍວັດທະນະທໍາ ມິດຕະພາບ ແຂວງຫລວງນໍ້າທາ ໃນຕອນເຊົ້າວັນທີ 6 ພຶດ ສະພາ 2019. ທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫລວງນໍ້າທາ ໄດ້ຍົກໃຫ້ ເຫັນມູນເຊື້ອ ໄຊຊະນະ ໃນວັນສຳຄັນດັ່ງກ່າວ, ເຊິ່ງຈັກກະພັດອາເມລິກາ ແລະ ລູກແຫລ້ງຕີນມື ມີກົນ ອຸບາຍ ຫວັງບຽດ ຢຶດເອົາທົ່ງພຽງ ຫລວງນໍ້າທາ ເປັນຖານທີ່ໝັ້ນ ບຸກໂຈມຕີ ເຂົ້າພາກເໜືອ ຂອງປະເທດຫວຽດນາມ ແລະ ຕັດຂາດ ເສັ້ນທາງລໍາລຽງຂົນສົ່ງ ຈາກຫວຽດນາມ ແລະ ຈີນ ເຂົ້າມາພາກເໜືອ ຂອງປະເທດລາວ.