ຝູເທາະ: ອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ເມື່ອງ ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ
ຍສໝ - ຫວ່າງມໍ່ໆມານີ້, ຄະນະກຳມະການປະຊາຊົນເມືອງ ເຕິນເຊີນ, ແຂວງ ຝູເທາະ ໄດ້ຈັດຕັ້ງພິທີປະກາດ ແລະ ມອບມະຕິຕົກລົງນຳ “ອາຊີບຫັດຖະກຳພື້ນເມືອງ - ອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ເມື່ອງ ຢູ່ຕາແສງ ກິມເທື້ອງ ແລະ ຕາແສງ ຊວນດາຍ” ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ຮັບຮອງບັນດາແຫຼ່ງທ່ອງທ່ຽວຢູ່ຕາແສງ ຊວນດາຍ ແລະ ເປີດງານບຸນວັດທະນະທຳ ແລະ ກິລາຂອງເມືອງ ປີ 2024.