ປະທານກຳມະການປະຊາຊົນແຂວງກວ້າງຈິ ຫງວ໋ຽນ ດຶກ ຈິງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ປະທານກຳມະການປະຊາຊົນແຂວງກວ້າງຈິ ຫງວ໋ຽນ ດຶກ ຈິງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ຍສໝ - ໃນຂອບເຂດການເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ, ວັນທີ 1 ພະຈິກ 2019, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງກວ້າງຈິ ທ່ານ ຫງວ໋ຽນ ດຶກ ຈີງ ແລະ ຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ. ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນແມ່ນ ກຳມະການສູນກາງພັກປະຊາຊົນລາວ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ.

ການນຳແຂວງກວ້າງຈິ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບ ແຂວງສາລະວັນ (ສປປ ລາວ)

ການນຳແຂວງກວ້າງຈິ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບ ແຂວງສາລະວັນ (ສປປ ລາວ)

ຍສໝ - ໃນວັນທີ 20 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບແຂວງສາລະວັນ (ສປປ ລາວ) ນຳໂດຍ ທ່ານ ຄຳຂັນ ຈັນສະໝອນ ປະທານກວດກາພັກແຂວງສາລະວັນ ເປັນຫົວໜ້າຄະນະ ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ. ເຂົ້າຮ່ວມການຕ້ອນຮັບຄັ້ງນີ້, ມີປະທານຄະນະກຳມະການກວດກາພັກ ແຂວງໆ ກວ້າງຈິ ທ່ານ ນາງ ໂຮ່ ຖິ ທູ ຮັ່ງ ກໍ່ໃຫ້ກຽດເຂົ້າຮ່ວມ.

ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ຮ່ວມມືດ້ານ ກວດກາ - ກວດສອບລັດ

ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ຮ່ວມມືດ້ານ ກວດກາ - ກວດສອບລັດ

ຍສໝ - ຕອນເຊົ້າ ວັນທີ 20 ສິງຫາ 2019 ນີ້, ຄະນະຜູ້ແທນ ຄະນະກຳມະການກວດກາ - ກວດສອບແຂວງ ສາລະວັນ (ສປປ ລາວ) ນຳໂດຍ ທ່ານ ຄຳຂັນ ຈັນສະໝອນ ຫົວໜ້າ ຄະນະກຳມະການກວດກາ ພັກແຂວງສາລະວັນ ໄດ້ມີການພົບປະກັບຄະນະກຳມະການກວດກາພັກແຂວງ, ອົງການກວດສອບລັດແຂວງກວ້າງຈິ. ຫົວໜ້າຄະນະກຳມະການກວດກາພັກແຂວງກວ້າງຈີ ໂຮ່ ຖິ ທູ ຮັ່ງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.

ພິທີເຊັນສັນຍາຂັ້ນສູງ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ໄລຍະ 2020-2022

ພິທີເຊັນສັນຍາຂັ້ນສູງ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ໄລຍະ 2020-2022

ຍສໝ - ຕອນເຊົ້າວັນທີ 16 ສິງຫາ 2015 ນີ້, ໄດ້ມີກອງປະຊຸມ ແລະ ເຊັນລົງນາມຂໍ້ຕົກລົງການຮ່ວມມື ລະຫວ່າງ ຄະນະຜູ້ແທນຂັ້ນສູງແຂວງກວ້າງຈິ, ຫວຽດນາມ ແລະ ແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ ແຫ່ງ ສປປ ລາວໄລຍະປີ 2020 - 2022. ເຂົ້າຮ່ວມໃນພິທີການເຊັນສັນຍາ ຄັ້ງນີ້ ຝ່າຍລາວ ມີທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ເລຂາພັກແຂວງ, ເຈົ້າແຂວງແຂວງສາລະວັນ ທ່ານ ສີສຸວັນ ວົງຈອມສີ ພ້ອມດ້ວຍຄະນະ. ຝ່າຍຫວຽດນາມ, ແຂວງກວາງຈິ ມີເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຫງວ໋ຽນ ວັນ ຮຸ່ງ; ຮອງເລຂາຄະນະປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງ ຫງວ໋ຽນ ດິ່ງ ກວາງ; ຮອງເລຂາພັກແຂວງ, ປະທານຄະນະ ກຳມະການປະຊາຊົນແຂວງ ຫງວ໋ຽນ ດຶກ ຈິງ; ຜູ້ຕາງ ໜ້າບັນດາພະແນກ, ອົງການ, ໜ່ວຍງານ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ນະຄອນດົງຮ່າ (ແຂວງກວ້າງຈິ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ແລກປ່ຽນວິທີຈັດຕັ້ງປະຕິບັດທີ່ດີ ແລະ ປະສົບການທີ່ມີຄຸນຄ່າ

ນະຄອນດົງຮ່າ (ແຂວງກວ້າງຈິ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ແລກປ່ຽນວິທີຈັດຕັ້ງປະຕິບັດທີ່ດີ ແລະ ປະສົບການທີ່ມີຄຸນຄ່າ

ຍສໝ - ໃນບາດກ້າວຂອງບັນດາໝາກຜົນ ທີ່ບັນລຸໄດ້ໃນໄລຍະຜ່ານມາ, ນະຄອນດົງຮ່າ (ແຂວງກວ້າງຈິ) ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ເລີ່ມຕົ້ນລົງມືໂຄງການຮ່ວມມື ໄລຍະປີ 2019-2022.