ແຂວງ ເຊີນລາ ໄດ້ຈັດຕັ້ງພິທີເປີດ​ງານ​ບຸນ​ກາ​ເຟ​ເຊີນ​ລາ​ຄັ້ງ​ທຳ​ອິດ​ປີ 2023

ແຂວງ ເຊີນລາ ໄດ້ຈັດຕັ້ງພິທີເປີດ​ງານ​ບຸນ​ກາ​ເຟ​ເຊີນ​ລາ​ຄັ້ງ​ທຳ​ອິດ​ປີ 2023

ຍສໝ - ຕອນ​ຄ່ຳ​ວັນ​ທີ 20 ຕຸລາ, ຢູ່​ສະໜາມຫຼວງ​ຕາ​ເວັນ​ຕົກ​ສຽງ​ເໜືອ, ນະ​ຄອນ ເຊີນ​ລາ, ແຂວງ ເຊີນ​ລາ ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ງານ​ບຸນ​ກາ​ເຟ ເຊີນ​ລາ ຄັ້ງ​ທຳ​ອິດ ປີ 2023. ລາຍການ​ເປີດ​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ທາງ​ຊ່ອງ VTV2, ໂທ​ລະ​ພາບ​ຫວຽດ​ນາມ ແລະ ອອກ​ອາ​ກາດ​ທາງ​ຊ່ອງ STV ຂອງສະຖານີວິທະຍຸ ແລະ ໂທລະພາບ ແຂວງ ເຊີນລາ.

ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ

ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ

ອາຊີບຖັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງຢູ່ເມືອງ ເວິນໂຮ່ ແຂວງ ເຊີນລາ ໄດ້ມີມາແຕ່ດົນນານ. ພໍ່ແມ່ພີ່ນ້ອງເຜົ່າມົ້ງ ເຄີຍຕັດຫຍິບຊຸດອາພອນເອງ ໃຫ້ແກ່ຄອບຄົວຂອງຕົນ ພິເສດໃນໂອກາດບຸນເຕັດ, ສະມາຊິກແຕ່ລະຄົນໃນຄອບຄົວ ກໍ່ມີຊຸດອາພອນທີ່ຕັດຫຍິບເອງ ແຕ່ໜຶ່ງ ຫາສອງຊຸດ. ປັດຈຸບັນອາຊີບຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ ຢູ່ເມືອງ ເວິນໂຮ່ ໄດ້ຮັບການຮັກສາໄວ້ ຈາກອຳນາດການປົກຄອງ ແລະ ປະຊາຊົນ ແລະ ການເຄື່ອນໄຫວກໍ່ໄດ້ມີຂຶ້ນຢ່າງເປັນປົກກະຕິ.