ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19

ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານຊາຍແດນສາກົນແທ່ງຖູຍ - ທຽນບາວ, ພະແນກພົວພັນຕ່າງປະເທດແຂວງຮ່າຢາງ ໄດ້ປະສານສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈຳເມືອງ ກົນໝິງ ແລະ ຫ້ອງການພົວພັນຕ່າງປະເທດ ວັນເສີນ (ສປ.ຈີນ) ໄດ້ຈັດພິທີມອບ - ຮັບເຄື່ອງມືທາງການແພດ ເພື່ອຮັບໃຊ້ໃນການປ້ອງກັນການລະບາດຂອງ COVID-19.