ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ແຂວງ ລາວກາຍ ແລກປ່ຽນບັນດາເນື້ອໃນການຮ່ວມມືດ້ານການທູດປະຊາຊົນ
ຍສໝ - ວັນທີ 12 ມິຖຸນາ 2024, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານແຂວງ ລາວກາຍ ໂດຍທ່ານປະທານຄະນະກຳມະການປະຊາຊົນແຂວງ ລາວກາຍ ຈິ້ງຊວນເຈື່ອງ ເປັນຫົວໜ້າຄະນະ. ເຂົ້າຮ່ວມພ້ອມກັນກັບຄະນະ ມີການນຳສະຫະພັນບັນດາອົງການມິດຕະພາບແຂວງ ລາວກາຍ ແລະ ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງແຂວງ.