ກອງປະຊຸມພົບປະປະຈໍາປີກ່ຽວກັບການປະຕິບັດງານຊາຍແດນລະຫວ່າງແຂວງ ກວາງຈີ້ - ສາລະວັນ
ຍສໝ - ວັນທີ 3 ມີນາ, ຢູ່ແຂວງສາລະວັນ (ລາວ) ໄດ້ດຳເນີນກອງປະຊຸມພົບປະປະຈໍາປີກ່ຽວກັບການປະຕິບັດງານຊາຍແດນລະຫວ່າງແຂວງ ກວາງຈີ້ - ສາລະວັນ. ທ່ານ ຮ່າສີດົງ ຮັກສາການປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳວຽກງານຊາຍແດນຫວຽດນາມ - ລາວ ແຂວງ ກວາງຈີ້ ; ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະຊີ້ນຳວຽກງານຊາຍແດນລາວ-ຫວຽດນາມ ແຂວງສາລະວັນ ພ້ອມດ້ວຍບັນດາອົງການທີ່ມີໜ້າທີ່, ທ້ອງຖິ່ນຊາຍແດນຂອງສອງແຂວງເຂົ້າຮ່ວມ.