ຍສໝ - ຕາມການຕີລາຄາຂອງ Traverller, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນຈຸດນັດພົບທີ່ດີໃນປີ 2023. ອາຫານ ເຝີ ແລະ ບັນກວນ ຂອງຫວຽດນາມ ກໍ່ໄດ້ຮັບການຍ້ອງຍໍຈາກວາລະສານນີ້.
ຍສໝ - ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຟື້ນຟູນະໂຍບາຍເຂົ້າ - ອອກເມືອງ ໄວທີ່ສຸດໃນໂລກ ແຕ່ວັນທີ 15 ມີນາ 2022 ດ້ວຍການຕໍ່ວີຊາ ແລະ ນະໂຍບາຍຍົກເວັ້ນວີຊາໃຫ້ບັນດາປະເທດ.
ໃນທ້າຍອາທິດຜ່ານມາ, ແຂວງ ກ໋ວາງນິງຕ້ອນຮັບແຂກທ່ອງທ່ຽວປະມານ 160.000 ເທື່ອຄົນ ມາຢ້ຽມຊົມບັນດາທັດສະນີຍະພາບ, ເຂດປູສະນີຍະສະຖານ ໃນບໍລິເວນແຂວງ.
ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ຈຳນວນແຂກທ່ອງທ່ຽວທີ່ມາທ່ຽວ ຮ່າໂນ້ຍ ບັນລຸເກືອບ 2,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 45,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ໃນເດືອນ ກຸມພາ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ.
ຍສໝ - ກົມການບິນ ຫວຽດນາມ ໃຫ້ຮູ້ວ່າ ກ່ອນທີ່ຈະເປີດບັນດາຖ້ຽວບິນສາກົນປົກກະຕິຄືນໃໝ່, ຈຳນວນແຂກໂດຍສານສາກົນ ໄປ-ມາ ຫວຽດນາມ ໄລ່ສະເລ່ຍແຕ່ 40.000 – 50.000 ເທື່ອຄົນ/ເດືອນ. ນັບແຕ່ເວລາຈຸດທົດລອງເປີດບັນດາຖ້ຽວບິນສາກົນຄືນໃໝ່ນັບແຕ່ເດືອນ ມັງກອນ 2022, ຈຳນວນແຂກທ່ອງທ່ຽວສາກົນ ໄປ-ມາ ຫວຽດນາມ ໄດ້ເພີ່ມຂຶ້ນເຖິງ 100.000 ເທື່ອຄົນໃນເດືອນມັງກອນປີ 2022.
ຍສໝ - ທີ່ກອງປະຊຸມສະຫຼຸບຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2021 ທີ່ດຳເນີນໃນວັນທີ 24 ມັງກອນ, ທາງນະຄອນໄດ້ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນ.
ຍສໝ - ວັນທີ 20 ພະຈິກ, ນະຄອນຝຸກວັກ (ແຂວງກຽນຢາງ) ຈະຕ້ອນຮັບຄະນະແຂກທ່ອງທ່ຽວສາກົນ ທຳອິດ ໃນໄລຍະປົກກະຕິແບບໃໝ່ ພາຍຫຼັງການປິດປະຕູຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ ເກືອບ 2 ປີ.
ເປົ້າໝາຍແຂກທ່ອງທ່ຽວໃນເປີດປະຕູຄັ້ງນີ້ ຢູ່ເກາຝູກວັກ ແມ່ນແຂກທ່ອງທ່ຽວສາກົນທີ່ມາຈາກຕະຫຼາດທີ່ມີຄວາມສາມາດບົ່ມຊ້ອມ, ມີຄວາມປອດໄພສູງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບາງປະເທດເອີລົບ, ຕາເວັນອອກກາງ ຄື: ອາເມລິກາ, ສ.ເກົາຫຼີ, ອິນເດຍ, ຈີນ, ໄຕ້ຫວັນ (ຈີນ), ຮົ່ງກົງ (ຈີນ), ລັດເຊຍ, ອີຕາລີ, ອົດສະຕາລີ.
ກະຊວງການຕ່າງປະເທດຫວຽດນາມ ໄດ້ສະໜອງຂໍ້ມູນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງ ປາດສະປໍ ວັກຊິນ ແລະ ແຜນການເປີດປະຕູພື້ນຖານເສດຖະກິດ, ດຶງດູດແຂກທ່ອງທ່ຽວສາກົນໃນໄລຍະຈະມາເຖິງຂອງ ຫວຽດນາມ.
ຕາມແຜນການໄດ້ຮັບຮອງເອົາຢູ່ກອງປະຊຸມລັດຖະບານສະໄໝສະມັນວັນທີ 6 ກັນຍາ ທີ່ຜ່ານມາ, ຝຸກວັກ ຈະທົດລອງການຮັບແຂກທ່ອງທ່ຽວສາກົນໃນໄລຍະເວລາ 6 ເດືອນ, ຄາດວ່າແຕ່ເດືອນຕຸລາ ປີ 2021.