ປະທານປະເທດ ເນັ້ນແຂວງອັດຕະປື ຮີບຮ້ອນແກ້ໄຂໄພນໍ້າຖ້ວມ ໂດຍໄວ ແລະ ໂປ່ງໃສ
ຍສໝ - ໃນຕອນວັນທີ 18 ສິງຫາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ທີ່ ແຂວງອັດຕະປື, ໂດຍການຕ້ອນຮັບຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື, ມີອໍານາດການປົກຄອງແຂວງ, ເມືອງ ແລະ ປະຊາຊົນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງໃນໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ອໍານາດການ ປົກຄອງແຂວງອັດຕະປື ຮີບຮ້ອນແກ້ ໄຂບັນຫາໄພນໍ້າຖ້ວມໃຫ້ສຳເລັດໂດຍໄວ.