ນຳສະເໜີ ແຜນຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບທີ 3 ກວມເນື້ອທີ່ 61.600 ເຮັກຕາ
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນສະເໜີ ແຜນຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບທີ 3 ພາຍຫລັງສຶກສາ ຄົ້ນຄວ້າ ມາເປັນເວລາເກືອບ 9 ເດືອນ ໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເພື່ອປະກອບຄຳເຫັນ ແລະ ພິຈາລະນາຮັບຮອງ, ທັງນີ້ ກໍເພື່ອເປັນການຮອງຮັບຕໍ່ ສະພາບການ ຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ ທາງດ້ານເສດຖະກິດ-ສັງຄົມ, ການເພີ່ມຂຶ້ນຂອງປະຊາກອນ ແລະ ຄວາມຮຽກຮ້ອງຕ້ອງການ ຂອງການນຳ ໃຊ້ທີ່ດິນ ເພື່ອການພັດທະນາ.