ຍສໝ - ໃນຕອນເຊົ້າວັນທີ 2/5, ຢູ່ສຳນັກງານລັດຖະບານ, ພາຍຫຼັງສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມື.
ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມເຊື່ອມຊືມ ເອກະສານສໍາຄັນຂອງພັກ ເພື່ອແນ່ໃສ່ເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັງານ-ລັດຖະກອນ ພາຍໃນຫ້ອງວ່າການ ປະທານປະເທດ ຮັບຮູ້, ກໍາແໜ້ນ ກ່ຽວກັບຄວາມໝາຍຄວາມສໍາຄັນ ເປັນຕົ້ນ ມະຕິວ່າດ້ວຍເພີ່ມທະວີ ວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ມິຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການຍົກສູງ ຄຸນນະພາບ ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ. ໃນວັນທີ 25 ກັນຍາ 2020 ໂດຍການເປັນປະທານຂອງ ທ່ານ ຄໍາເມິງ ພົງທະດີ ເລຂາຄະນະພັກ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ, ມີບັນດາຄະນະພັກ, ສະມາຊິກພັກ, ພະນັກງານພາຍໃນ ຫ້ອງວ່າການປະທານປະເທດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນວັນທີ 17 ມິຖຸນາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊືມມູນເຊື້ອວິລະກໍາໂຕນຄຸກ ຢ່າງມະຫັດສະຈັນ ຂອງຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 60 ປີ, ວັນເກີດ ທ່ານ ວະລາດີເມຍ ອີລີສ ເລນິນ ຄົບຮອບ 150 ປີ, ວັນເກີດ ປະ ທານ ໂຮ່ຈິມິນ ຄົບຮອບ 130 ປີ, ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II ຄົບຮອບ 75 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 45 ປີ.