ຍສໝ - ທ່ານ Akbar Ghasemi Ali Abadi, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ຄົນໃໝ່ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດທີ່ເຕັມໄປດ້ວຍເອກະລັກ, ດ້ວຍປະຊາຊົນທີ່ມີຄວາມທົນທານໜຽວແໜ້ນ ແລະ ມີແງ່ຫວັງຫຼາຍຢ່າງໃນການພັດທະນາ.
ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ໄດ້ຕີລາຄາສູງຕໍ່ກັບບັນດາການປະກອບສ່ວນຂອງທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງ ພາຍໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ຝຣັ່ງ, ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຂະຫຍາຍການຮ່ວມມືທາງດ້ານຄວາມໝັ້ນຄົງ, ການບັງຄັບໃຊ້ກົດໝາຍ ແລະ ການສະກັດກັ້ນ, ຕ້ານອາດຊະຍາກຳ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ໃນການໃຫ້ສໍາພາດກັບວາລະສານ ຍຸກສະໄໝ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ການເດີນທາງພັດທະນາຂອງ ຫວຽດນາມ ໃນໄລຍະ 8 ທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນເຖິງກຳລັງແຮງ ແລະ ຄວາມມຸ່ງມາດປາດຖະໜາຂອງສາກົນນັບມື້ນັບເພີ່ມຂຶ້ນ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ ກຳປູເຈຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຫງວຽນມິງຫວູ ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 - 19 ສິງຫາ) 2025) ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).
ຍສໝ - ວັນທີ 19 ກຸມພາ, ຢູ່ສະຖານທູດ ຫວຽດນາມ ປະຈໍາ ອີຢິບ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ໄດ້ພົບປະກັບທ່ານ Hamza Arslan ຜູ້ອໍານວຍການໃຫຍ່ຫ້ອງການຜູ້ຕາງຫນ້າສາຍການບິນ Turkish Airlines ປະຈໍາ ອີຢິບ ແລະ ໄດ້ຮັບຟັງການແນະນໍາກ່ຽວກັບຄວາມສາມາດພ້ອມກັບການຮ່ວມມືໃນປະຈຸບັນ ລະຫວ່າງ Turkish Airlines ແລະ ບັນດາຄູ່ຮ່ວມມື ຫວຽດນາມ.
ວັນທີ 4 ກຸມພາ 2025, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ບຸ່ຍເລຖາຍ ໄດ້ແລກປ່ຽນກັບນັກການທູດສຳນັກວາຕີກັງ, ທ່ານ Michael W BANACH - ຫົວໜ້າຄະນະການທູດ ປະຈຳ ຮົງກາລີ ກ່ຽວກັບການພົວພັນ ຫວຽດນາມ - ຮົງກາລີ, ຫວຽດນາມ - ວາຕີກັງ ແລະ ສົມທົບກັນເຄື່ອນໄຫວໃນຂອບເຂດຂອງຄະນະການທູດ ປະຈຳ ຮົງກາລີ.
ຍສໝ - ວັນທີ 6 ພະຈິກ ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ Marc Knapper ໄດ້ຈູດທູບທຽນອາໄລຫາບັນດາແພດໝໍ ແລະ ພະຍາບານຂອງໂຮງໝໍ ແບັກມາຍ ໄດ້ເສຍສະຫຼະຊີວິດໃນບັ້ນຖິ້ມລະເບີດຂອງອາເມລິກາ ໃນປີ 1972.
ຍສໝ - ໃນອາຍຸການ 5 ປີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກຼັກ ປະຈຳ ຫວຽດນາມ Georgios Stilianopoulos ໄດ້ມີຄວາມນະພະຍາຍາມຫຼາຍຢ່າງໃນການຊຸກຍູ້ການຮ່ວມມື ເກຼັກ - ຫວຽດນາມ ໃນຫຼາຍຂົງເຂດ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ, ແຮງງານ, ການເດີນທະເລ, ການສຶກສາ, ກິລາ. ເພື່ອແນໃສ່ຮັບຮູ້ການປະກອບສ່ວນເຂົ້າຂອງທ່ານເອກອັກຄະລັດຖະທູດ, ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ປະດັບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບ ລະຫວ່າງບັນດາຊາດ” ໃຫ້ທ່ານເອກອັກຄະລັດຖະທູດ.
ຍສໝ - ມາ ຫວຽດນາມ ເພື່ອຮັບມອບໝາຍໜ້າທີ່, ທ່ານເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ຄົນໃໝ່ Johan Ndisi ໄດ້ສະແດງຄວາມຕື້ນຕັນໃຈຕໍ່ຄວາມອົບອຸ່ນ ແລະ ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ.
ຍສໝ - ຫວຽດນາມ ແລະ ການາດາ ໄດ້ອັດປີທີ່ມີຫຼາຍວຽກງານ ດ້ວຍການເຄື່ອນໄຫວທີ່ຫຼາກຫຼາຍທັງຂອບຂະໜາດ ແລະ ຮູບແບບ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
ທ່ານເອກອັກຄະລັດຖະທູດ Iain Frew: ຫວຽດນາມ-ອັງກິດ ເພີ່ມທະວີການຮ່ວມມືສອງຝ່າຍ
ກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ນອກແວ
ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ
ຫວຽດນາມ ສະໜັບສະໜູນບັນດາຫຼັກການ ແລະວິວັດທະນາການຂອງອາເປກ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ
ຍສໝ - ໃນຕອນບ່າຍວັນທີ 20 ກັນຍາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນເຮືອງ - ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ຍສໝ - ວັນທີ 7 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ໂຕ ເລີມ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ
ຍສໝ - ຕະຫຼາດຫວຽດນາມ ພວມໄດ້ຮັບຄວາມສົນໃຈຈາກປະຊາຄົມວິສາຫະກິດ ແລະ ບັນດາອົງການການຄ້າຕວກກີ, ປາດຖະໜາຢາກຊອກຫາກາລະໂອກາດຮ່ວມມື, ຖື ຫວຽດນາມ ແມ່ນປະຕູເພື່ອເຂົ້າເຖິງຕະຫຼາດ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.
ໃນວັນທີ 8 ມິຖຸນາ ແລະ ວັນທີ 10 ມິຖຸນາ ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງຮ່າງມະຕິຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍການເພີ່ມທະວີການລົງໂທດ ສປປ.ເກົາຫຼີ ທີ່ຖືກຢັ້ງຢືນມາແຕ່ວັນທີ 26 ພຶດສະພາທີ່ຜ່ານມາ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມດັ່ງກ່າວ ແລະ ປາດຖະໜາຢາກເຂົ້າຮ່ວມເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ສະເໜີລະອຽດໃຫ້ເລິກເຊິ່ງກວ່າ.