ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢືນຢັນວ່າ ໜ້າທີ່ຂອງບັນດາເອກອັກຄະລັດຖະທູດ ແມ່ນຢູ່ໃນທຸກດ້ານ, ຂົງເຂດຂອງປະເທດຊາດ ຄື: ການທູດ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປ້ອງສິດ, ຜົນປະໂຫຍດຂອງຊາດ.
ຍສໝ - ຕອນເຊົ້າວັນທີ 02 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ອີຕາລີ Antonio Alessandro ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໄລຍະປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.
ຕອນເຊົ້າວັນທີ 3 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດອາຣັບ ເອມມີເລດ Obia Saeed Al Dhaheri ເຂົ້າຢ້ຽມອຳລາ ໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.
ທີ່ການຕ້ອນຮັບດັ່ງກ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ເອກອັກຄະລັດຖະທູດ ບັນດາປະເທດຈະແມ່ນຂົວເຊື່ອມຕໍ່ເພື່ອໃຫ້ ຫວຽດນາມ ພັດທະນາສາຍພົວພັນສອງຝ່າຍກັບບັນດາປະເທດໃນໄລຍະຈະມາເຖິງ.
ຍສໝ - ທີ່ພິທີ, ທ່ານ ຫງວຽນຫງອກຮຸ່ງ, ກຳມະການຄະນະປະຈຳຄະນະພັກ ໄດ້ປະກາດຂໍ້ຕົກລົງເລກທີ 688 ແລະ 687-QD/DUK-HH ລົງວັນທີ 26 ເມສາ 2022 ຂອງຄະນະພັກກຸ່ມອົງການສູນກາງກ່ຽວກັບເລື່ອງປະດັບຫຼຽນກາອາຍຸພັກ 30 ປີ ຄັ້ງວັນທີ 19 ພຶດສະພາ 2022 ໃຫ້ແກ່ທ່ານນາງ ຫງວຽນເຟືອງງາ ແລະ ທ່ານ ຫງວຽນແອງຢຸງ.
ຍສໝ - ວັນທີ 26/4 ຢູ່ທີ່ເວວລິງຕັນ. ເອກອັກຄະລັດຖະທູດຫວຽດນາມປະຈຳນິວຊີແລນ ຫງວຽນວັນຈຸງ (ຕາງໜ້າລັດຖະບານຫວຽດນາມ) ແລະບັນດາຜູ້ນຳຂັ້ນສູງໝູ່ເກາະ ກຸກກີ ທີ່ນິວຊີແລນ ອາລີຊາເບດ ໄວຣ໌-ໂກເຕກ້າ (ຕາງໜ້າລັດໝູ່ເກາະກຸກ) ໄດ້ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດຂຶ້ນ ລະຫວ່າງຫວຽດນາມ ແລະ ໝູ່ເກາະກຸກ.
ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນກຳລັງສຳຄັນຂອງຊາດ ຫວຽດນາມ. ເຖິງວ່າຈະຢູ່ແຫ່ງຫົນໃດກໍ່ຕາມ, ແຕ່ພໍ່ແມ່ພີ່ນ້ອງກໍ່ອວ່າຍໜ້າເມືອຫາປະເທດຊາດ, ສະໜິດຕິດພັນກັບກົກເຄົ້າເຫງົ້າກໍ່ຂອງຊາດ. ພິເສດ, ໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ຄວາມຮັກແພງຂອງພໍ່ແມ່ພີ່ນ້ອງຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຫຼາຍຂຶ້ນ.
ຕອນບ່າຍວັນທີ 23 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດ ມົງໂກນ, ນິເຊເຣຍ, Timor Leste, ອານເຊຣີ ເຂົ້າຍື່ນສານຕາຕັ້ງ.
ທ່ານປະທານປະເທດ ໃຫ້ຮູ້ວ່າ ປີ 2045, ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດ ມີລາຍຮັບສູງ, ສະນັ້ນ, ການພັດທະນາເສດຖະກິດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ, ຫັນຄວາມຄາດຫວັງຢາກ ມີສັນຕິພາບໃຫ້ປະກົດຜົນເປັນຈິງ ແມ່ນເປັນບຸລິມະສິດແຖວໜ້າ ຂອງ ຫວຽດນາມ.
ຍສໝ - ທ່ານນາງ Sopheak Thavy ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ກຳປູເຈຍແລະຜູ້ກວດກາ, ໄດ້ແບ່ງປັນ: ການມອບລາງວັນໃຫ້ແກ່ທ່ານ ໂງດຽນ ແມ່ນຄວາມຮັບຮູ້ຂອງລັດຖະບານ ແລະປະຊາຊົນກຳປູເຈຍສຳລັບການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດຕໍ່ຜູ້ກໍ່ສ້າງ ແລະພັດທະນາປະເທດ ກຳປູເຈຍ.