ພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຂວງ ກວາງຈິ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (ວັນທີ 30 ເມສາ 1975 – 30 ເມສາ 2026), ຕອນເຊົ້າວັນທີ 29 ເມສາ, ພາຍໃຕ້ເສົາທຸງຂອງປະເທດຊາດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ສອງຟາກແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ (ແຂວງ ກວາງຈິ) ໄດ້ດຳເນີນພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ປີ 2026.