ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສິງກະໂປ: ກຳລັງໜູນຈາກການຫັນເປັນດິຈິຕອນ ແລະ ເສດຖະກິດສີຂຽວ
ຍສໝ - ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້ແມ່ນເວທີປາໄສເພື່ອຊ່ວຍໃຫ້ວິສາຫະກິດຂອງທັງສອງປະເທດກຳແໜ້ນທ່າອ່ຽງດຳເນີນທຸລະກິດໃໝ່, ຊອກຫາຄູ່ຮ່ວມມື ເພື່ອຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຈາກນັ້ນ ກໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ. ເຫດການ ໄດ້ດຶງດູດເກືອບ 100 ວິສາຫະກິດ ແລະ ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນທີ່ມາຈາກ ສິງກະໂປ ແລະ ຫວຽດນາມ.