ເພີ່ມທະວີການແກ້ໄຂສະພາບການເສື່ອມຖອຍດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງສະມາຊິກພັກ-ພະນັກງານ
ສະພາບການເສື່ອມຖອຍດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດເປັນໜຶ່ງສາເຫດທີ່ພາໃຫ້ສະມາຊິກພັກ-ພະນັກງານຂາດຄວາມເປັນແບບຢ່າງ, ການດຳລົງຊີວິດບໍ່ໂປ່ງໃສ, ມີການສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ຍິ່ງໄປກວ່ານັ້ນຍັງນຳໄປເຖິງການລະເມີດລະບຽບກົດໝາຍແລະສະພາບຫຍໍ້ທໍ້ອື່ນໆໃນການຈັດຕັ້ງຊຶ່ງສົ່ງຜົນກະທົບບໍ່ໜ້ອຍເຖິງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຢູ່ໃນແຕ່ລະຂັ້ນ.