ຜັນຂະຫຍາຍຄຳໝັ້ນສັນຍາການລົງທຶນ, ເສີມຂະຫຍາຍບົດບາດຂອງວິສາຫະກິດ ໃນສາຍພົວພັນ ຫວຽດນາມ - ລາວ
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 28 ມິຖຸນາ, ຢູ່ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ເຄເອັນ ວຽງຈັນ ກຣຸບ ຈຳກັດ (KN Vientiane Group Co., Ltd) ແລະ ບໍລິສັດ ຣຽວ ຄອນເຊັບ ອະສັງຫາລິມະຊັບ ຈຳກັດຜູ້ດຽວ (Real Concept Real Estate Sole., Ltd) ໄດ້ລົງນາມຮ່ວມມືຍຸດທະສາດຢ່າງເປັນທາງການ ໃນການພັດທະນາໂຄງການອະສັງຫາລິມະຊັບ ຢູ່ເຂດເສດຖະກິດພິເສດ ລອງແທ່ງ - ວຽງຈັນ.