ຍົກລະດັບສາຍພົວພັນ ຫວຽດນາມ - ສິງກະໂປ ແລະ ຖານະບົດບາດຂອງ ຫວຽດນາມ ໃນເວທີສາກົນ
ຍສໝ - ເນື່ອງໃນໂອກາດທີ່ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ພັນລະຍາ ຈະເດືອນທາງໄປຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ເຂົ້າຮ່ວມ, ກ່າວປາໄສໃນກອງປະຊຸມເວທີປາໄສການສົນທະນາ Shangri-La Dialogue, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສິງກະໂປ ໄດ້ມີການຮ່ວມແລກປ່ຽນກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອງ (Trần Phước Anh) ກ່ຽວກັບຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມຄັ້ງນີ້ ກໍຄືແນວໂນ້ມໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ສິງກະໂປ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່.