ຫາດດອນກາງ ມົນສະເໜທາງທຳມະຊາດ ຂອງເມືອງເຟືອງ
ໄລຍະນີ້, ອາກາດຢູ່ເຂດຕົວເມືອງໃຫຍ່ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ແມ່ນອົບເອົ້າພໍສົມຄວນ, ຫລາຍຄົນຈຶ່ງຊອກຫາສະຖານທີ່ທ່ອງທ່ຽວພາຄອບຄົວໄປພັກຜ່ອນເພື່ອຜ່ອນຄາຍຄວາມຮ້ອນ ແລະ ສະຖານທີ່ທ່ອງທ່ຽວຍອດນິຍົມກໍໜີບໍ່ພົ້ນການຫລິ້ນນໍ້າ, ລ່ອງແພ, ລ່ອງເຮືອ ແລະ ແກ້ງຕາດຕ່າງໆ ເຊິ່ງມີຢ່າງຫລວງຫລາຍຢູ່ປະເທດລາວ.