ຫວຽດນາມ - ເມັກຊິກ: ປັບປຸງພື້ນຖານການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງກ່ວາ
ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ) ໄດ້ສົມທົບກັບສະຖານທູດ ເມັກຊິກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “50 ປີແຫ່ງການພົວພັນ ຫວຽດນາມ - ເມັກຊິກ: ສະພາບການ ແລະ ແງ່ຫວັງໃນປະຈຸບັນ”. ບັນດາຜູ້ຄຸ້ມຄອງ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາວິສາຫະກິດເບິ່ງຄືນໄລຍະເຄິ່ງສະຕະວັດຂອງການກໍ່ສ້າງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ພ້ອມກັນນັ້ນໄດ້ປຶກສາຫາລື ແລະ ສະເໜີບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ ແລະ ແທດຈິງໃນໄລຍະຈະມາເຖິງ.