ການສົ່ງອອກເຄື່ອງເຟີນີເຈີ ແລະເຄື່ອງປ່າຂອງດົງເຕີບໂຕສູງສຸດໃນໄລຍະ 5 ປີຜ່ານມາ
ຕອນເຊົ້າວັນທີ 2 ເມສາ, ຕາມຂໍ້ມູນຈາກກົມໃຫຍ່ປ່າໄມ້ໃຫ້ຮູ້ວ່າ, ມູນຄ່າການສົ່ງອອກເຄື່ອງເຟີນີເຈີ ແລະເຄື່ອງປ່າຂອງດົງ ເດືອນມີນາ 2019 ບັນລຸ 922 ລ້ານໂດລາສະຫະລັດ, ນໍາວົງເງິນການສົ່ງອອກ 3 ເດືອນ ຕົ້ນປີ 2019 ບັນລຸປະມານ 2,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.