ແນະນຳວັດທະນະທຳ ແລະ ຮູບເງົາຫວຽດນາມ ໃຫ້ສີລັງກາ ແລະ ເພື່ອນມິດສາກົນ
ຍສໝ - ແຕ່ວັນທີ 22-24 ກໍລະກົດ, ສັບປະດາຮູບເງົາຫວຽດນາມ 2025 ຈະຈັດຂຶ້ນຢູ່ນະຄອນຫຼວງ Colombo, ສີລັງກາ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສີລັງກາ ເລິກເຊິ່ງກ່ວາອີກ ໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (21 ກໍລະກົດ 1970 – 21 ກໍລະກົດ 2025). ທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ ຈິ້ງທິເຕີມ ເນັ້ນໜັກວ່າ ສັບປະດາຮູບເງົາ ແມ່ນໂອກາດເພື່ອແນະນຳວັດທະນະທຳ, ປະຊາຊົນ ແລະ ໂຮງຮູບເງົາຫວຽດນາມ ພວມພັດທະນາຢ່າງວ່ອງໄວເຖິງປະຊາຊົນ ສີລັງກາ ແລະ ເພື່ອນມິດສາກົນ.