ນຳເອົາອາຫານ ກາຍເປັນຂົວຕໍ່ ສອງປະເທດ ເປຣູ - ຫວຽດນາມ
ຍສໝ - ຕອນຄ່ຳວັນທີ 24 ຕຸລາ ຜ່ານມານີ້, ສະຖານເອກອັກຄະລັດຖະທູດເປຣູ ປະຈຳ ຫວຽດນາມ ໄດ້ສົມທົບກັບ ໂຮງຮຽນວິຊາຊີບ ອາຊີ - ເອີລົບ ຈັດງານວາງສະແດງ “ບັນດາປະເພດອາຫານ ແລະ ເຄື່ອງດື່ມພື້ນເມືອງ ຂອງເປຣູ” ທີ່ຮ່າໂນ້ຍ. ງານດັ່ງກ່າວ ຈັດຂຶ້ນຢູ່ໃນທ່າມກາງ ງານບຸນ “ອາຫານເປຣູຢູ່ຫວຽດນາມ 2023” ເພື່ອແນະນຳ ແລະ ໂຄສະນາພື້ນຖານວັດທະນະທຳທາງດ້ານອາຫານການກິນທີ່ອຸດົມສົມບູນຂອງເປຣູ ໃຫ້ແກ່ຊາວຫວຽດນາມ.