ລາວ ກຽມຈັດການແຂ່ງຂັນ ດອກປີກໄກ່ເບຍລາວ ອິນເຕີ ຊີຣີ 2019
ສປປ ລາວ ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກີລາດອກປີກໄກ່ຊີງແຊັມນາໆຊາດ ປະຈຳປີ 2019 ຫຼື ລາຍການດອກປີກໄກ່ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2019 ເພື່ອເປັນການສະສົມຄະແນນລະດັບໂລກ “ເວີລແລັງກິງ” ຈັດຂຶ້ນວັນທີ 19-24 ກຸມພາ ທີ່ຈະມາເຖິງຢູ່ສະໂມສອນດອກປີກໄກ່ເຊດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.