ຫວຽດນາມສ້າງຄວາມປະທັບໃຈຢ່າງແຮງຢູ່ງານວາງສະແດງການທ່ອງທ່ຽວສາກົນເບີລິນ
ຍສໝ - ຄະນະຜູ້ແທນທຸລະກິດຫວຽດນາມ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວສາກົນເບີລິນ (ITB Berlin 2026) ເຊິ່ງຈັດຂຶ້ນແຕ່ວັນທີ 3-5 ມີນາ ທີ່ສູນວາງສະແດງ Messe Berlin (ສູນວາງສະແດງ Berlin) ໃນປະເທດເຢຍລະມັນ, ເພື່ອແນໃສ່ແນະນຳຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວໃຫ້ແກ່ລູກຄ້າສາກົນ, ຜ່ານນັ້ນຊອກຫາໂອກາດຮ່ວມມື ແລະ ພັດທະນາທຸລະກິດແບບຍືນຍົງ.