ຍສໝ - ໃນວັນທີ 9 ແລະ 10 ເມສາ, ກອງບັນຊາການທະຫານຊາຍແດນເມືອງເຫວ້ ໄດ້ປະສານງານກັບຄະນະກຳມະການເມືອງເຫວ້ ສາຂາແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ, ອວຍພອນປີໃໝ່, ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນບ້ານຊາຍແດນໃນສອງແຂວງເຊກອງ ແລະ ສາລະວັນ (ລາວ) ໃນໂອກາດບຸນປີໃໝ່ລາວ.
ຍສໝ - ການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນທົ່ວປະເທດ ແລະ ຢູ່ເທື່ອທ່ຽນເຫ້ວ ໄດ້ ແລະ ພວມບັນລຸໄດ້ໝາກຜົນທີ່ຕັ້ງໜ້າພໍສົມຄວນ.
ຍສໝ - ວັນທີ 10 ມິຖຸນາ, ຢູ່ແຂວງເທື່ອທຽນເຫ້ວ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສູນອະນຸລັກຮັກສາຮ່ອງຮອຍກຸງເກົ່າເຫ້ວ ແລະ ສາຂາສະມາຄົມ Yangpyeong ຂຶ້ນກັບສະມາຄົມວັດທະນະທຳ ແລະ ສິລະປະ ສ.ເກົາຫຼີ.
ຍສໝ - ການເຄື່ອນໄຫວນີ້ໄດ້ຮັບການສົມທົບກັນປະຕິບັດໂດຍ 3 ທ້ອງຖິ່ນ ກວາງນາມ - ດານັງ - ເທື່ອທຽນເຫ້ວ ໃນວັນທີ 13 ກັນຍາ ຢູ່ນະຄອນ Sydney (ອົດສະຕຣາລີ).
ຍສໝ - ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຫາກໍ່ໄດ້ອອກມະຕິສະບັບເລກທີ 1312/QD-UBND ລົງວັນທີ 21 ພຶດສະພາ 2024 ໂດຍໄດ້ຮັບບ້ວງຊ່ວຍເຫຼືອມູນຄ່າ 630 ລ້ານດົ່ງຈາກໂຄງການ “ໜູນຊ່ວຍເດັກນ້ອຍທີ່ມີສະສະພາບປະສົບກັບຄວາມຫຍຸ້ງຍາກພິເສດ ຢູ່ສູນວຽກງານສັງຄົມ ແລະ ກອງທຶນປົກປ້ອງເດັກ ໄລຍະ 2024-2026” ໂດຍອົງການ Hue Help (ອັງກິດ) ອຸປະຖຳ.
ການນໍາແຂວງຈຳປາສັກ ອວຍພອນປີໃໝ່ເທື່ອທຽນເຫ້ວ
ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານນິຕິກໍາ
ຍສໝ - ລາຍການແລກປ່ຽນດົນຕີ, ຮ້ານວາງສະແດງບັນດາຜະລິດຕະພັນທ້ອງຖິ່ນ, ລົງຕົວຈິງວັດທະນະທຳດື່ມນ້ຳຊາ, ກິໂມໂນ... ແມ່ນບັນດາການເຄື່ອນໄຫວທີ່ຈັດຂຶ້ນໃນຂອບເຂດໂຄງການ “ວັນວັດທະນະທຳ ແລະ ການສຶກສາ Kyoto ຢູ່ ເຫ້ວ” ໂດຍຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ (ຫວຽດນາມ) ສົມທົບກັບອຳນາດການປົກຄອງ ນະຄອນ Kyoto (ຍີ່ປຸ່ນ) ຈັດຂຶ້ນໃນວັນທີ 21 ພະຈິກ.
ຍສໝ - ທ່ານປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ຫາກໍ່ໄດ້ອອກມະຕິຕົກລົງເລກທີ 2735/QD-UBND ລົງວັນທີ 21 ພະຈິກ 2023 ວ່າດ້ວຍການອະນຸມັດໃຫ້ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ເທື່ອທຽນເຫ້ວ. ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນຂັ້ນສູງໂດຍກໍາມະການສູນກາງພັກ, ເລຂາທິການ, ເຈົ້າແຂວງສາລະວັນ (ລາວ), ສະຫາຍ ໂພໄຊ ໄຊຍະສອນ ນຳໜ້າໃນການໄປມາຢ້ຽມຢາມ, ເຮັດວຽກຢູ່ເທື່ອທຽນເຫ້ວ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາເນື້ອໃນຕົກລົງຮ່ວມມືໄລຍະ 2022 – 2026. ໃນນັ້ນ, ຢືນຢັນວ່າ ສອງຝ່າຍຈະສືບຕໍ່ນຳສາຍພົວພັນມິດຕະພາບ, ການຮ່ວມມືຂຶ້ນສູ່ລະດັບສູງໃໝ່.
ຍສໝ-ຫ້ອງການໂຄງການອົງການຈັດຕັ້ງ Zhi-Shan Foundation ຢູ່ ຫວຽດນາມ ຫາກໍສົມທົບກັບ ສູນວຽກງານສັງຄົມ ແລະ ກອງທຶນອຸປະຖໍາເດັກແຂວງ ເທື່ອທຽນເຫ້ວ, ໂຮງໝໍມະຫາວິທະຍາໄລ ການແພດ ແລະ ການຢາ ເຫ້ວ ໄດ້ປະຕິບັດລາຍການ “ກວດຍະຍາດ ແລະ ຜ່າຕັດມະນຸດສະທຳໃຫ້ເດັກພິການການດ້ານການເຄື່ອນໄຫວ ແລະ ທໍ່ນໍ້າຍ່ຽວ ທີ່ມີສະພາບຫຍຸ້ງຍາກ ປີ 2022 ຢູ່ໃນບໍລິເວນແຂວງ ເທື່ອທຽນເຫ້ວ.
ວັນທີ 4 ພຶດສະພາ., ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານເລືອກຕັ້ງຢູ່ຕາແສງເຮືອງເຊີນ ນະຄອນເຫ້ວ ແຂວງເທື່ອທຽນເຫ້ວ.