ປະຊາຄົມຊາວຫວຽດນາມ ຢູ່ເຊເນການ ແມ່ນພາກສ່ວນໜຶ່ງຂອງປະເທດຊາດທີ່ຂາດບໍ່ໄດ້.
ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້ດຳເນີນໃນຕອນບ່າຍວັນທີ 22 ກໍລະກົດ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ເຊເນການ ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ.