ລາວ ປິ່ນປົ່ວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ກັບບ້ານທຸກຄົນ ແລະ ບໍ່ມີຄົນຕິດເຊື້ອເພີ່ມ

ລາວ ປິ່ນປົ່ວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ກັບບ້ານທຸກຄົນ ແລະ ບໍ່ມີຄົນຕິດເຊື້ອເພີ່ມ

ປັດຈຸບັນນີ້, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.660 ຄົນ. ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 14 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 97.529 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19. 

ລາວ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ລາວ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 7 ມັງກອນ 2021 ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າ ໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າ ລະວັງພະຍາດດັ່ງກ່າວ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ມັງກອນ 2021 ໄດ້ມີຜູ້ເດີນທາງເຂົ້າມາ ຜ່ານດ່ານຕ່າງໆ ໃນທົ່ວປະເທດ ທັງໝົດ 3.006 ຄົນ. ໃນນັ້ນຜ່ານດ່ານລາວ-ໄທ ມີ 1.950 ຄົນ, ດ່ານ ລາວ-ຈີນ 33 ຄົນ, ດ່ານລາວ-ຫວຽດນາມ 909 ຄົນ ແລະ ຜ່ານສະ   ໜາມບິນສາກົນວັດໄຕ 114 ຄົນ, ໂດຍທັງໝົດໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປສະຖານ ທີ່ຈຳກັດບໍລິເວນຈົນຄົບ 14 ວັນ.

ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ ທົ່ວປະເທດສູນ ຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.246 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ມີອາການເບົາບາງ, ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດວັນທີ 05 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 93.864 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ.

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19

ໃນວັນທີ 4 ມັງກອນ 2021 ນະຄອນຫລວງວຽງຈັນ, ອົງການອຸຍນິເຊບປະຈຳ ສປປ ລາວ ໄດ້ສະໜອງລະບົບ ໂທລະໂຄ່ງຊຸມຊົນ ລວມມີ ໂທລະໂຄງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ຈໍານວນ 50 ຊຸດ ໃຫ້ແກ່ສະຫະພັນແມ່ຍິງ 50 ບ້ານ ຢູ່ໃນແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ເມືອງສັງທອງ ນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບພະຍາດ ໂຄວິດ-19 ແລະ ມາດຕະການຄວາມປອດໄພຕ່າງໆ ເພື່ອປ້ອງກັນການຕິດເຊື້ອ ພະຍາດດັ່ງກ່າວ. ພ້ອມກັນນີ້, ກໍເພື່ອປົກປ້ອງແມ່ຍິງ ແລະ ເດັກ ຈາກພະຍາດໂຄວິດ-19 ທັງເປັນການສົ່ງເສີມ ສິດທິຂອງເຂົາໃນຂັ້ນບ້ານ, ເຊິ່ງບັນດາແມ່ຍິງດັ່ງກ່າວ ຍັງຈະໄດ້ຮັບການຝຶກອົບຮົມ ກ່ຽວກັບການນຳໃຊ້ ອຸປະກອນດັ່ງກ່າວອີກດ້ວຍ.

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຜູ້ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຜູ້ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ

ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1497 ຄົນໃນນັ້ນມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1339 ຄົນ.

ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ເປັນ 70 ມືຕິດຕໍ່ກັນ ທີ່  ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ

ເປັນ 70 ມືຕິດຕໍ່ກັນ ທີ່  ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1.226 ຄົນ. ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 1.087 ຄົນ, ຜູ້ເສຍຊີວິດ 35 ຄົນ. 

ຄະນະສະເພາະກິດຢ້ຳສັງຄົມຢ່າລະເຫລີງປ້ອງກັນໂຄວິດ-19

ຄະນະສະເພາະກິດຢ້ຳສັງຄົມຢ່າລະເຫລີງປ້ອງກັນໂຄວິດ-19

​ໃນ​ວັນ​ທີ 25 ກັນຍາ 2020 ນີ້, ທ່ານ ດຣ. ນາງ ລັດສະໝີ ວົງ​ຄຳ​ຊາວ ຮອງ​ຫົວໜ້າ​ກົມ​ຄວບ​ຄຸມພະຍາດ​ຕິດ​ຕໍ່ ກະຊວງ​ສາທາລະນະ​ສຸກ ​ໄດ້​ຕາງໜ້າ​ໃຫ້​ຄະນະ​ສະ​ເພາະ​ກິດ ​ເພື່ອ​ປ້ອງ​ກັນຄວບ​ຄຸມ ​ແລະ ​ແກ້​ໄຂ​ພະຍາດ​ອັກ​ເສບ​ປອດ ​ຈາກ​ເຊື້ອຈຸລະ​ໂຣກສາຍ​ພັນ​ໃໝ່ COVID-19 ຮຽກຮ້ອງ​ໃຫ້​ທົ່ວ​ສັງຄົມ​ຢ່າ​ປະໝາດ ​ແລະ ລະ​ເຫລີງ ​ການ​ປະຕິບັດ​ມາດ​ ຕະການ​ປ້ອງ​ກັນ​ ພະຍາດ​ດັ່ງກ່າວ ​ບໍ່​ໃຫ້​ກັບ​ມາ​ລະບາດ​ຄືນ​ໃໝ່​ຢູ່​ປະ​ເທດ​ເຮົາ ພາຍຫລັງ​ທີ່​ພະຍາດ​ນີ້​ ຍັງ​ສືບ​ຕໍ່​ລະບາດ​ຢ່າງ​ໜັກໜ່ວງ​ໃນ​ທົ່ວ​ໂລກ.

ສປປ ລາວ ປະກາດໄຊຊະນະ ໃນບັນຮົບທີ່ 1 ສູ້ໄພໂຄວິດ-19

ສປປ ລາວ ປະກາດໄຊຊະນະ ໃນບັນຮົບທີ່ 1 ສູ້ໄພໂຄວິດ-19

ໃນວັນທີ 10 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ລາວ: ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ເຊື້ອໂຄວິດ-19

ລາວ: ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ເຊື້ອໂຄວິດ-19

ກະຊວງການຕ່າງປະເທດ ໄດ້ນຳເອົາຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເພື່ອໃຫ້ຮັບຊາບ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.