ຫວຽດນາມ ແລະ UNIDO ເຊັນສັນຍາໂຄງການຮ່ວມມືລະດັບຊາດເພື່ອຊຸກຍູ້ອຸດສາຫະກຳສີຂຽວ

ຫວຽດນາມ ແລະ UNIDO ເຊັນສັນຍາໂຄງການຮ່ວມມືລະດັບຊາດເພື່ອຊຸກຍູ້ອຸດສາຫະກຳສີຂຽວ

ຍສໝ - ລັດຖະບານ ຫວຽດນາມ (VietNam) ແລະ ອົງການພັດທະນາອຸດສາຫະກຳສະຫະປະຊາຊາດ (UNIDO) ຫາກໍ່ປະກາດຜັນຂະຫຍາຍໂຄງການຮ່ວມມືລະດັບຊາດ ຫວຽດນາມ-UNIDO ສະບັບໃໝ່, ເຊິ່ງເປັນການສ້າງບາດກ້າວທີ່ສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືທີ່ຍາວນານ ແລະ ແໜ້ນແກ່ນ ແນໃສ່ຊຸກຍູ້ການພັດທະນາອຸດສາຫະກຳຢ່າງຮອບດ້ານ ແລະ ຍືນຍົງຢູ່ ຫວຽດນາມ.

ພິທີເຊັນສັນຍາຂັ້ນສູງ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ໄລຍະ 2020-2022

ພິທີເຊັນສັນຍາຂັ້ນສູງ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ໄລຍະ 2020-2022

ຍສໝ - ຕອນເຊົ້າວັນທີ 16 ສິງຫາ 2015 ນີ້, ໄດ້ມີກອງປະຊຸມ ແລະ ເຊັນລົງນາມຂໍ້ຕົກລົງການຮ່ວມມື ລະຫວ່າງ ຄະນະຜູ້ແທນຂັ້ນສູງແຂວງກວ້າງຈິ, ຫວຽດນາມ ແລະ ແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ ແຫ່ງ ສປປ ລາວໄລຍະປີ 2020 - 2022. ເຂົ້າຮ່ວມໃນພິທີການເຊັນສັນຍາ ຄັ້ງນີ້ ຝ່າຍລາວ ມີທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ເລຂາພັກແຂວງ, ເຈົ້າແຂວງແຂວງສາລະວັນ ທ່ານ ສີສຸວັນ ວົງຈອມສີ ພ້ອມດ້ວຍຄະນະ. ຝ່າຍຫວຽດນາມ, ແຂວງກວາງຈິ ມີເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຫງວ໋ຽນ ວັນ ຮຸ່ງ; ຮອງເລຂາຄະນະປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງ ຫງວ໋ຽນ ດິ່ງ ກວາງ; ຮອງເລຂາພັກແຂວງ, ປະທານຄະນະ ກຳມະການປະຊາຊົນແຂວງ ຫງວ໋ຽນ ດຶກ ຈິງ; ຜູ້ຕາງ ໜ້າບັນດາພະແນກ, ອົງການ, ໜ່ວຍງານ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.