ທ່ານ ເຈືອງວີ້ງຈ້ອງ ເປັນເພື່ອນສະໜິດສະໜົມທີ່ໃກ້ຊິດຂອງພັກ, ລັດ ແລະປະຊາຊົນລາວ
ພາຍຫຼັງເຈັບໜັກມາເປັນໄລຍະໜຶ່ງ, ເຖິງວ່າພັກ, ລັດ ແລະ ຖັນແຖວສາດສະດາຈານ, ແພດໝໍ ພ້ອມດ້ວຍຄອບຄົວໄດ້ປິ່ນປົວ ແລະ ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອຍເພຍ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງວີ້ງຈ້ອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ ປີ 2021 ຢູ່ເຮືອນພັກສ່ວນຕົວ ຢູ່ບ້ານເລືອງທ້ວນ, ຕາແສງ ເລືອງເກື໊ອຍ, ເມືອງ ຢົ່ງຈົມ, ແຂວງ ເບັ້ນແຈ, ລວມອາຍຸ 79 ປີ.