ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS)
ຍສໝ- ຫວ່າງແລ້ວນີ້ ໄດ້ດຳເນີນກອງປະຊຸມທາງໄກ ເຈົ້າໜ້າທີ່ຂັ້ນສູງ (SOM) ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ລວມມີ ບັນດາປະເທດອາຊຽນ ແລະ ບັນດາປະເທດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ, ລັດເຊຍ, ອາເມລິກາ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມ.