ທ່ານ ​ເຈືອງວີ້ງຈ້ອງ ​ເປັນ​ເພື່ອນ​ສະໜິດສະໜົມທີ່​​ໃກ້​ຊິດ​ຂອງ​ພັກ, ລັດ ​ແລະປະຊາຊົນ​ລາວ

ທ່ານ ​ເຈືອງວີ້ງຈ້ອງ ​ເປັນ​ເພື່ອນ​ສະໜິດສະໜົມທີ່​​ໃກ້​ຊິດ​ຂອງ​ພັກ, ລັດ ​ແລະປະຊາຊົນ​ລາວ

ພາຍຫຼັງເຈັບໜັກມາເປັນໄລຍະໜຶ່ງ, ເຖິງວ່າພັກ, ລັດ ແລະ ຖັນແຖວສາດສະດາຈານ, ແພດໝໍ ພ້ອມດ້ວຍຄອບຄົວໄດ້ປິ່ນປົວ ແລະ ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອຍເພຍ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງວີ້ງຈ້ອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ ປີ 2021 ຢູ່ເຮືອນພັກສ່ວນຕົວ ຢູ່ບ້ານເລືອງທ້ວນ, ຕາແສງ ເລືອງເກື໊ອຍ, ເມືອງ ຢົ່ງຈົມ, ແຂວງ ເບັ້ນແຈ, ລວມອາຍຸ 79 ປີ.

ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ

ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ

ດ້ວຍກ່ວາ 50 ປີແຫ່ງການເຄື່ອນໄຫວປະຕິວັດ ແລະ ປະຕິບັດງານ, ດຳລົງຫລາຍຕຳແໜ່ງ, ທ່ານ ເຈືອງວິງຈ້ອງ ໄດ້ອຸທິດສ່ວນຢ່າງໃຫຍ່ຫລວງຕໍ່ພາລະກິດການປະຕິວັດອັນສະຫງ່າງາມຂອງພັກ, ລັດ ແລະ ປະຊາຊົນ.