ຍສໝ - ຫວຽດນາມ ໄດ້ສື່ສານ ແລະ ມອບຈົດໝາຍທາງການຄັດຄ້ານບັນດາປະເທດທີ່ກ່ຽວຂ້ອງກ່ຽວກັບບັນດາການເຄື່ອນໄຫວທີ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບເກາະ ຮ່ວາຍເອີນ ແລະ ບັນດາສິ່ງທີ່ຄົງຕົວເປັນເອກະລາດທີ່ກ່ຽວຂ້ອງຂອງເຈື່ອງຊາ.
ຍສໝ - ວັນທີ 10 ມີນາ, ກົມສະໝຽນຫ້ອງການ ແລະ ສຳເນົາເອກະສານແຫ່ງລັດ ໄດ້ສົມທົບກັບກອງບັນຊາການກອງທັບເຮືອ ເຂດ 2 ຈັດຕັ້ງງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ-ທະເລ, ໝູ່ເກາະທີ່ສັກສິດ” ແລະ “ວິລະຊົນກອງທັບເຮືອປະຊາຊົນຫວຽດນາມ - 70 ປີແຫ່ງການເດີນທາງປົກປັກຮັກສາທະເລ”.
ຍສໝ - ຫົວໃຈຂອງຊາວຫວຽດນາມ ຢູ່ຕ່າງປະເທດ ຍາມໃດກໍ່ມຸ່ງໄປເຖິງ ເຈື່ອງຊາ, ນຳມາຄວາມເອກອ້າງທະນົງໃຈທີ່ຈະຮ່ວມເດີນທາງພ້ອມກັບບ້ານເກີດເມືອງນອນໃນພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024) ແລະ ປົດປ່ອຍໝູ່ເກາະ ເຈື່ອງຊາ (29 ເມສາ 1975), ຄົບຮອບ 69 ປີແຫ່ງວັນສ້າງຕັ້ງກອງທັບເຮືອປະຊາຊົນຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກອງບັນຊາການທະຫານເຮືອ ໄດ້ຈັດຕັ້ງຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK-I ໃນຂອບເຂດຄະນະປະຕິບັດງານ ເລກທີ 11.
ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ
ຍສໝ - ຕໍ່ໜ້າຫຼັກໝາຍອະທິປະໄຕ ແລະ ທຸງຊາດຢູ່ເກາະເຈື່ອງຊາ, ເນື່ອງໃນໂອກາດຢ້ຽມຢາມໝູ່ເກາະເຈື່ອງຊາ ແລະ ເຮືອນຍາມ DK1 ແຕ່ວັນທີ 18-23 ເມສາ, ບັນດາຜູ້ແທນຄະນະປະຕິບັດງານເລກ 4 ພ້ອມກັບພະນັກງານ, ນັກຮົບ ແລະ ປະຊາຊົນໄດ້ປະຕິບັດພິທີເຄົາລົບທຸງໃນບັນຍາກາດອັນສະຫງ່າ ແລະເຕັມໄປດ້ວຍຄວາມຮັກແພງ.
ຍສໝ - ຕອນເຊົ້າວັນທີ 19 ສິງຫາ, ຢູ່ສວນສາທາລະນະໃຈກາງນະຄອນ ກວາງຫງາຍ, ກອງບັນຊາການທະຫານເຮືອເຂດ 3 ໄດ້ສົມທົບກັບສະມາຄົມວັນນະຄະດີສິລະປະຂອງແຂວງກວາງຫງາຍ ຈັດຕັ້ງພິທີໄຂງານວາງສະແດງຮູບພາບດ້ວຍຫົວຂໍ້ “ຮ່ວາງຊາ-ເຈື່ອງຊາ ຢູ່ໃນໃຈກາງແຂວງກວາງຫງາຍ”.
ຍສໝ - ຫວຽດນາມ ມີພື້ນຖານດ້ານນິຕິກຳ ແລະ ພະຍານຫຼັກຖານດ້ານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ ກໍ່ຄືໝູ່ເກາະ ຮ່ວາງຊາ
ຍສໝ - ນີ້ແມ່ນການຢ້ຽມຢາມພິເສດ, ໄດ້ນຳເອົາຂອງຂວັນທີ່ລຽບງ່າຍ, ແຕ່ມີຄວາມຈຳເປັນເພື່ອຮັບໃຊ້ກອງທັບ ແລະ ປະຊາຊົນຢູ່ບັນດາເກາະ ແລະ ເຂດຕັ້ງທັບ ໃນເມືອງເກາະ ເຈື່ອງຊາ ເພື່ອສະເຫຼີມສະຫຼອງບຸນປີໃໝ່ ປີເຖາະ.
ແຕ່ວັນທີ 16 ຫາວັນທີ 18 ກັນຍາ, ຢູ່ເມືອງ ກຣົງບົງ (ແຂວງດັກລັກ), ພະແນກຖະແຫຼງຂ່າວ ແລະສື່ສານແຂວງດັກລັກ ໄດ້ຈັດງານວາງສະແດງເຄື່ອນທີ່ “ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດ ນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ”.
ຫວຽດນາມ ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວ ກ່ຽວກັບອັນທີ່ເອີ້ນວ່າເສັ້ນ 9 ຕອນ ກໍຄືບັນດາຄຳຮຽກທວງສິດທາງທະເລທີ່ຜິດກົດໝາຍສາກົນ, ພິເສດແມ່ນ UNCLOS 1982.
ຍສໝ-ຕອນເຊົ້າວັນທີ 28 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ, ຄະນະອຳນວຍການສະໂມສອນ “ເພື່ອເຈື່ອງຊາ - ຮ່ວາງຊາ ທີ່ຮັກແພງ” ໄດ້ຈັດຕັ້ງການປະຊຸມຂ່າວເພື່ອຕີລາຄາໝາກຜົນທີ່ບັນລຸໄດ້ໃນ 10 ປີແຫ່ງການປະຕິບັດໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” (14 ສິງຫາ 2012 – 14 ສິງຫາ 2022).
ຍສໝ - ຫວ່າງແລ້ວນີ້, ອົງການຄຸ້ມຄອງຄວາມປອດໄພທາງທະເລ ແຂວງໄຫໜານ, ຈີນ ປະກາດວ່າ ຫ້າມກຳປັ່ນເຂົ້າ-ອອກໃນຂົງເຂດທີ່ກວ້າງກວ່າ 60.000 ກິໂລຕາແມັດ ເພື່ອຮັບໃຊ້ການຊ້ອມຮົບແຕ່ວັນທີ 16-20 ກໍລະກົດນີ້.
ງານວາງສະແດງໄດ້ແນະນຳຮູບຖ່າຍ 300 ກວ່າແຜ່ນ, ໃນນັ້ນມີ 80 ກວ່າແຜ່ນແມ່ນກ່ຽວກັບປະຊາຄົມອາຊຽນ ແລະ ປະມານ 200 ແຜ່ນກ່ຽວກັບຊົນເຜົ່າ, ສາສະໜາ, ເອກະສານ.
ຍສໝ-ວັນທີ 30 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຟູ່ງແຄງໄຕ່ ໄດ້ເປັນປະທານການພົບປະຄະນະຜູ້ແທນຊາວຫວຽດນາມ ຢູ່ຕ່າງປະເທດ ກັບມາຫວຽດນາມ ຈາກ 17 ປະເທດໃນໂລກ ເຂົ້າຮ່ວມການໄປຢ້ຽມຢາມ ເຈື່ອງຊາ ໃນລະຫວ່າງວັນທີ 17-25 ພຶດສະພາ 2022.
ຍສໝ - ຫວ່າງແລ້ວນີ້, ທີ່ຫໍພິພິທະພັນແຂວງບັກຢາງ ໄດ້ ໄຂງານວາງສະແດງດ້ວຍຫົວເລື່ອງ “ຮວ່າງຊາ, ເຈື່ອງຊາ ແມ່ນຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກໍາ”...
ຕອນເຊົ້າວັນທີ 1 ບຸນປີໃໝ່ປະຈໍາຊາດ ປີຂານ 2022, ເມື່ອແສງຕາເວັນເລີ່ມສ່ອງແສງໄປທົ່ວທ້ອງທະເລ, ທະຫານ ແລະປະຊາຊົນຢູ່ເກາະແຫ່ງຕ່າງໆຢູ່ເມືອງເກາະເຈື່ອງຊາ (ແຂວງແຄ໊ງຮວ່າ) ໄດ້ຮ່ວມກັນຈັດພິທີເຄົາລົບທຸງຊາດ ຕົ້ນປີໃໝ່.
ບັນດາຄູ່ຜົວເມຍ ເຊິ່ງພວກຂ້າພະເຈົ້າ ໄດ້ພົບຢູ່ເຈື່ອງຊາ ສ່ວນຫຼາຍແມ່ນຢູ່ໃນເກນອາຍຸແຕ່ 30 ເຖິງ 45 ປີ. ເຖິງວ່າ ເຂົາເຈົ້າ ທໍາມາຫາກິນດ້ວຍຫຼາຍອາຊີບທີ່ແຕກຕ່າງກັນກໍ່ຕາມ ແຕ່ ເຂົາເຈົ້າ ກໍ່ມີຈຸດທີ່ຄ້າຍຄືກັນ ນັ້ນແມ່ນຍາມໃດກໍມີຄວາມປະເອີບໃຈ, ຮັກຊີວິດຂອງຕົນ. ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈໍາຊາດ ປີຂານ 2022, ຢູ່ໃນເຮືອນທີ່ອົບອຸ່ນນັ້ນ ຍິ່ງເຕັມໄປດ້ວຍສຽງຫົວແຫ່ງຄວາມຮັກແພງ ແລະເບີກບານມ່ວນຊື່ນ.
ກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີຂານ 2022, ທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ (ແຄງຮວ່າ) ໄດ້ຮັບຂອງຂວັນຈາກດິນຕໍ່ແຜ່ນສົ່ງມາໃຫ້.
ຍສໝ - ຫວ່າງແລ້ວນີ້, ພະນັກງານ, ນັກຮົບຢູ່ເກາະ ໂຊງຕຶໃຕ (ເມືອງເຈື່ອງຊາ, ແຂວງແຄງຫ່ວາ) ໄດ້ມອບຂອງຂວັນໃຫ້ຊາວປະມົງ ທີ່ຍ້າຍໄປຫຼົບພະຍຸເລກ 9 ຢູ່ ເກາະ ໂຊງຕຶໃຕ.