ປະເທດລາວ ອຸດໜູນ ແລະ ຍົກເງິນຂັ້ນເດືອນຕ່ຳໃຫ້ຜູ້ອອກແຮງງານ
ຍສໝ - ສື່ມວນຊົນລາວ ໄດ້ນຳສະເໜີຂ່າວວ່າ ລັດຖະບານໄດ້ເຫັນດີເປັນເອກະພາບໃນຫຼັກການກ່ຽວກັບການອຸດໜູນໃຫ້ພະນັກງານ, ລັດຖະກອນທີ່ມີເງິນເດືອນຂັ້ນຕ່ຳ ແລະ ເພີ່ມທະວີເງິນເດືອນຂັ້ນຕ່ຳສຸດໃຫ້ພະນັກງານພາກສ່ວນເອກະຊົນ.