ເກີນເທີ ຮ່ວມມືກັບອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 40 ແຫ່ງ, ດຶງດູດເງິນຊ່ວຍເຫຼືອກ່ວາ 2,8 ລ້ານ USD
ຍສໝ - ວັນທີ 7 ພະຈິກນີ້, ຄະນະກຳມະການປະຕິບັດງານກ່ຽວກັບອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (COMINGO) ນຳໂດຍທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຮອງປະທານອົງການ COMINGO ເປັນຫົວໜ້າຄະນະ ໄດ້ມີການພົບປະເຮັດວຽກກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ພວມດຳເນີນທຸລະກິດຢູ່ນະຄອນເກີນເທີ.