ສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ ບໍລິຈາກເງິນຊ່ວຍໃຫ້ປະຊາຊົນເຂດພາກກາງ ທີ່ຖືກຮັບຜົນຮ້າຍຍ້ອນຫຼັງຈາກໄພນໍ້າຖ້ວນ
ຍສໝ - ວັນທີ 2 ພະຈິກ, ຢູ່ສຳນັກງານຄະນະສູນກາງແນວໂຮມແຫ່ງຊາດຫວຽດນາມ, ຕາງໜ້າໃຫ້ສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ, ທ່ານ ບຸຍຄັກເຊີ່ນ - ອະດິດຮອງປະທານສະຫະພັນບັນດາສະມາຄົມມິດຕະພາບຫວຽດນາມ, ຮອງປະທານປະຈຳການສະມາຄົມມິດຕະພາບຫວຽດນາມ - ຍິ່ປຸ່ນ ໄດ້ມອບຈຳນວນເງິນ 50 ລ້ານດົ່ງ ທີ່ບໍລິຈາກໃຫ້ປະຊາຊົນເຂດພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຍ້ອນພາຍຸນໍ້າຖ້ວນ.