ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບຄະນະປະຕິບັດງານສູນກາງພັກ ໄດ້ມາເຂົ້າຮ່ວມພິທີເປີດນຳໃຊ້ໂຮງງານຜະລິດເຂົ້າສານ ແຮັງຟຸກ ຢູ່ຕາແສງ ເລືອງອານຈ່າ (ເມືອງ ຈີໂຕນ, ແຂວງອານຢາງ). ນີ້ແມ່ນໂຮງງານເຂົ້າສານໃຫຍ່ທີ່ສຸດ ອາຊີ ດ້ວຍຍອດສະມັດຕະພາບຂຶ້ນເຖິງ 240.000 ໂຕນ/ປີ.
ຫວຽດນາມ ເປັນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານນອນໃນກຸ່ມແຖວໜ້າຂອງໂລກ. ຜະລິດຕະພັນກະເສດປະເພດຕ່າງໆ, ໃນນັ້ນຂະແໜງເຂົ້າສານ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຕໍ່ການພັດທະນາເສດຖະກິດຂອງປະເທດຊາດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການສະໜອງເຂົ້າສານ ຈາກແຫຼ່ງສະສົມແຫ່ງຊາດ ໃຫ້ແກ່ 3 ແຂວງ ບິ່ງເຟືອກ, ບາກລຽວ, ຊອັກຈັງ ເພື່ອໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ດ້ວຍປະລິມານເກືອບ 4.120 ໂຕນ.
ຍສໝ - ຕາມ Reuters ແລ້ວ, ບໍລິສັດສົ່ງອອກເຂົ້າສານ ແຫ່ງໜຶ່ງຢູ່ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ເຂົ້າສານນຳເຂົ້າຈາກອິນເດຍ ສ່ວນຫຼາຍໄດ້ວິສາຫະກິດນຳໃຊ້ເພື່ອເຮັດອາຫານລ້ຽງສັດ ແລະ ປຸງແຕ່ງເບຍ.
ຍສໝ - ປີ 2019, ຫວຽດນາມ ໄດ້ສົ່ງອອກເຂົ້າສານໄປຍັງ 35 ໃນຈຳນວນ 55 ປະເທດ ອາຟຼິກກາ ດ້ວຍວົງເງິນບັນລຸເກືອບ 630 ລ້ານ USD, ໃນນັ້ນບັນດາຕະຫຼາດນຳເຂົ້າເຂົ້າສານໃຫຍ່ທີ່ສຸດລວມມີ: ການາ, ເຊເນງານ, ກາເມີຣູນ… ຄວາມຕ້ອງການເຂົ້າສານຂອງ ອາຟຼິກກາ ໃນປີ 2020 ຄາດວ່າປະມານ 15,7 ລ້ານໂຕນ.
ຍສໝ - ຕາມກົມປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນການກະເສດ, ແງ່ຫວັງສົ່ງອອກເຂົ້າສານພວມເປີດກວ້າງເມື່ອ ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໄດ້ຮັບຮອງເອົາຈາກ ສະພາແຫ່ງຊາດ, ຕາມນັ້ນແລ້ວ, EU ຈະສະຫງວນໃຫ້ແກ່ຫວຽດນາມ ໂຄຕານຳເຂົ້າເຂົ້າສານ 80.000ໂຕນ/ປີ.
ຍສໝ - ຫວຽດນາມອາດຈະມີຄວາມສາມາດກາຍເປັນປະເທດທີ່ສົ່ງອອກເຂົ້າສານແຖວໜ້າໂລກໃນປີນີ້. ນີ້ແມ່ນຂໍ້ສັງເກດໄດ້ທ່ານ ເຈິ່ນຕວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຍົກອອກມາໃນຫວ່າງມໍ່ມານີ້.
ຍສໝ - ສິ່ງທີ່ເປັນໜ້າສົນໃຈແມ່ນ ໃນ 5 ເດືອນຕົ້ນປີ 2020, ລາຄາເຂົ້າສານສົ່ງອອກເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ໂດຍຊ່ວຍໃຫ້ມູນຄ່າເຂົ້າສານເພີ່ມຂຶ້ນຢ່າງແຮງ.