ຫາລືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ
ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນຳລວມ ເພື່ອປຶກສາຫາລືກ່ຽວກັບການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ການສ້າງແຜນ 5 ປີ ຄັ້ງທີ IX (2021-2025) ຂຶ້ນວັນທີ 12 ກຸມພາ 2020 ທີ່ກະຊວງ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກຂະແໜງການຂັ້ນສູງກາງເຂົ້າຮ່ວມ.