ປະຊາຊົນ ແລະນັກທ່ອງທ່ຽວນັບເປັນໝື່ນຄົນ ໄປເອົາບຸນ ນາເຊີນດົ່ງຟູ (ແທ່ງຮວ່າ)
ຍສໝ - ແຕ່ລະປີ ມາຮອດໂອກາດເວລາສົ່ງປີເກົ່າຕ້ອນຮັບປີໃໝ່, ປະຊາຊົນ ແລະ ນັກທ່ອງທ່ຽວນັບເປັນໝື່ນຄົນຈາກທົ່ວທຸກສາລະທິດມາເຕົ້າໂຮມກັນໄປເອົາບຸນ ຟູນາ ຫຼືເອີ້ນວ່າ ນາເຊີນດົ່ງຟູ (ຂຶ້ນກັບຕາແສງ ຊວນຢູ່, ເມືອງ ຍື່ແທ່ງ, ແຂວງ ແທ່ງຮວ່າ) ເພື່ອຖະຫວາຍທູບທຽນຈາລຶກບຸນຄຸນບັນດາວິລະຊົນຂອງຊາດ ຂັບໄລ່ສັດຕູຜູ້ຮຸກຮານພາຍນອກ ເພື່ອປົກປັກຮັກສາປະເທດຊາດ, ຂໍໃຫ້ມີໂຊກລາບ.