ຫວຽດນາມ - ເນປານ ຈະສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນ
ຍສໝ - ວັນທີ 12 ທັນວາ ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເນປານ ໄດ້ມີການເຮັດວຽກກັບຄະນະຜູ້ແທນສະພາສັນຕິພາບ ແລະ ຄວາມສາມັກຄີແຫ່ງຊາດ ເນປານ ໂດຍທ່ານ Rabindra Adhikari, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ເນປານ Marxist-Unified Leninist (CPN-UML), ປະທານສະພາສັນຕິພາບ ແລະ ຄວາມສາມັກຄີ ເນປານ (NPSC) ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນ ຈັດຕັ້ງຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນໃນໄລຍະຈະມາເຖິງ.